ປີ 2024 ແຂວງສະຫວັນນະເຂດ ປະຕິບັດ ວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫລາຍຄັນ

15/05/2025 12:35
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ ວັນທີ 14 ພຶດສະພາ 2025 ນີ້ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າຕ້ານການສໍ້ລາດບັງຫລວງສູນກາງ

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ ວັນທີ 14 ພຶດສະພາ 2025 ນີ້ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າຕ້ານການສໍ້ລາດບັງຫລວງສູນກາງ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມເປັນປະທານ ກອງປະຊຸມ ສະຫລຸບວຽກງານກວດກາທົ່ວແຂວງ ປະຈໍາປີ2024 ເຊິ່ງປີ 2024 ຜ່ານມາ ແຂວງສະຫວັນນະເຂດ ໄດ້ປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫລາຍຄັນ.

ໃນກອງປະຊຸມ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາແຂວງ ແລະ ຫົວໜ້າຕ້ານການສໍ້ລາດບັງຫລວງຂັ້ນແຂວງ ໄດ້ຜ່ານບົດສະຫລຸບ ຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ໂດຍຍົກໃຫ້ເຫັນ ດ້ານດີ ແລະ ຜົນສຳເລັດໃນການເຄື່ອນໄຫວວຽກງານກວດກາ; ປັດຈຸບັນທົ່ວແຂວງປະກອບມີ 14 ອົງຄະນະພັກເມືອງ-1 ນະຄອນ ແລະ 2 ຄະນະພັກກອງບັນຊາການປກຊ-ປກສ ແຂວງ, ມີ 22 ຄະນະພັກຮາກຖານ, 22 ໜ່ວຍພັກຮາກຖານອ້ອມຂ້າງແຂວງ; ໄດ້ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງ ທີ່ຄົບວາ​​ລະກອງປະຊຸມສຳເລັດ 6 ຄະນະພັກຮາກຖານ ແລະ 2 ໜ່ວຍພັກ; ບົ່ງຕົວແຕ່ງຕັ້ງ 1 ຄະນະພັກຮາກຖານ; 1 ໜ່ວຍພັກຮາກຖານ. ພ້ອມກັນນັ້ນ, ໄດ້ເຂົ້າຮ່ວມຕິດຕາມດຳເນີນຊີວິດການເມືອງທ້າຍສະໄໝຂອງໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານມີ 38 ໜ່ວຍພັກ, ໄດ້ເຂົ້າຮ່ວມປະເມີນສັງລວມການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຂອງຄະນະບໍລິຫານງານພັກແຂວງ 14 ຕົວເມືອງ-1 ນະຄອນ.

ໃນປີ 2024 ຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເດັດດ່ຽວປະຕິບັດວິໄນ ຕໍ່ສະມາຊິກພັກລວມທັງໝົດ 69 ສະຫາຍ, ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວເຕືອນ 13 ສະຫາຍ, ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ, ຍິງ 9 ສະຫາຍ; ໂຈະຮ່ວມຊີວິດພັກ 28 ສະຫາຍ, ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 17 ສະຫາຍ; ປົດຕໍາແໜ່ງພາຍໃນພັກ 1 ສະຫາຍ. ສຳລັບວຽກງານກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ກວດກາກະທັນຫັນ, ສຳເລັດກວດກາລາຍຮັບ-ລາຍຈ່າຍ, ການນຳໃຊ້ ແລະ ການຄຸ້ມຄອງເງິນກອງທຶນທາງ ຜົນການກວດກາແມ່ນລວມທັງໝົດ 70 ສັນຍາ; ຕິດຕາມກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີປະຈຳປີ 2023 ຕາມແຜນທີ່ກະກຽມມີທັງໝົດ 9 ໂຄງການ;​ ກວດກາເອກະສານໂຄງການແກ້ໄຂສຸກເສີນຈາກໄພພິບັດທຳມະຊາດ ເລີ່ມແຕ່ປີ 2012-2021 ເພື່ອສະເໜີສະພາປະຊາຊົນແຂວງຮັບຮອງເອົາເຂົ້າແຜນການລົງທຶນຂອງລັດປະຈຳປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78,39 ຕື້ກີບ.

ນອກນີ້, ຍັງໄດ້ຍັງຮ່ວມກັບຄະນະກຳມະການຈາກສູນກາງ ດຳເນີນການກວດກາເຂດເສດຖະກິດພິເສດສະຫວັນນະເຂດ ເຊິ່ງສາສົ່ງຄືນໃຫ້ລັດຕາມຈຳນວນເສຍຫາຍຈຳນວນມາດກວດພົບເຫັນຫລາຍບັນຫາ ແລະ ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນຫາ ແລະ ໄດ້ມອບເງິນເຂົ້າງົບປະມານ​​​ລັດມູນຄ່າ 3 ຕື້້ກວ່າກີບ; ກວດກາການນຳເຂົ້າ ແລະ ເສຍພາສີລົດແຕ່ປີ 2019-2023 ຮ່ວມກັບກວດກາສູນກາງ ໄດ້ອາຍັດພາຫານະປະເພດລົດໃຫຍ່ຈໍາ​ນວນ 13 ຄັນ. ຜ່ານການດຳເນີນການກວດກາສືບສວນ-ສອບ​ສວນ ແມ່ນສົ່ງຄືນຜູ້ປະກອບການ 9 ຄັນ. ໃນນີ້, ລົດ 2 ຄັນມີເອກະສານຖືກຕ້ອງ, 7 ຄັນໄດ້ເສຍພາສີເພີ່ມມູນຄ່າ 3 ຕື້ກວ່າກີບ ແລະ ສ່ວນລົດ 4 ຄັນແມ່ນດຳເນີນການສອບສວນ ປະກອບສຳນວນສົ່ງໄອຍະການແຂວງສົ່ງຟ້ອງ ໃຫ້ສານຮິບເປັນຂອງລັດ ແລະ ຄະນະສະເພາະກິດຂັ້ນແຂວງ ໄດ້ອາຍັດພາຫານະທີ່ລັກລອບເຄື່ອນຍ້າຍຖ່ານດໍາ ແລະ ໄມ້ໄດ້ທັງໝົດ 77 ຄັນ, ໄດ້ປັບໃໝພາຫານະ 75 ຄັນ ແລະ ຖ່ານດໍາລວມເປັນເງິນທັງໝົດ 2,32 ຕື້ກີບ, ສ່ວນອີກ 2 ຄັນແມ່ນສືບຕໍ່ດໍາເນີນການແກ້ໄຂຕາມລະບຽບການ. ພ້ອມກັນນັ້ນ, ໄດ້ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີປະຈໍາປີ 2024 ມີທັງໝົດ 16 ໂຄງການ, ມູນຄ່າລວມໂຄງການສະພາຮັບຮອງທັງໝົດ 68 ຕື້ກວ່າກີບ. ໃນນີ້, 12 ໂຄງການພະແນກການເປັນເຈົ້າຂອງໂຄງການ ແລະ ມີ 4 ໂຄງການມູນຄ່າ 5 ຕື້ກີບລົງມາ ເມືອງເປັນເຈົ້າຂອງໂຄງການ, ຜ່ານການດໍາເນີນຕິດຕາມກວດກາ ເຫັນວ່າມີ 1 ໂຄງການຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ; ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດ ການແກ້ໄຂຜົນການກວດກາຕາມຜົນ​ການກວດ​ສອບ ຕາມມະຕິສະພາປະຊາຊົນແຂວງ ສະບັບເລກທີ 04/ສພຂ.ສຂ, ລົງວັນທີ 10 ມັງກອນ 2024 ແລະ ບັນຫາທີ່ໄດ້ຮັບການແກ້ໄຂແລ້ວ 15 ບັນຫາ,ບັນ ຫາທີ່ໄດ້ຮັບການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາຕ້ອງສືບຕໍ່ແກ້ໄຂ.

ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍ ຄະນະພັກແຂວງສະຫວັນນະເຂດ ກໍຄື ຄະນະກວດກາພັກ-ລັດແຂວງ ທີ່ໄດ້ເປັນເຈົ້າການຈັດຕັງປະຕິບັດ ໜ້າວຽກສໍາຄັນຕາມພາລະບົດບາດໜ້າທີ່ ແລະ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໃນການລະເມີດລະບຽບກົດໝາຍ ແຕ່ກໍຮ່ວມກັນແກ້ໄຂໄດ້ໄວສົມຄວນ ສາມາດຕີຖອຍປາກົດການຫໍ້ທໍ້ທີ່ເປັນຫາງສັງຄົມ.

KPL