ສ.ອາເມລິກາ ປັບຂຶ້ນລາຄາສິນຄ້າເອເລັກໂຕຣນິກ


ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ບໍລິສັດ ກະຈາຍສຽງ ໂກລົມບີ ຂອງ ສ.ອາເມລິກາ(CBS) ລາຍງານວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີໃໝ່ ຂອງລັດຖະບານ ສະຫະລັດ ອາເມລິກາ ເຮັດໃຫ້ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ຈໍານວນໜຶ່ງ.CBS ໄດ້ລາຍງານ ໂດຍອ້າງຕາມຄໍາເວົ້າ ຂອງຜູ້ຮັບຜິດຊອບ ບໍລິສັດ ຊ໊ອຟແວ ທີ່ວິເຄາະລາຄາສິນຄ້າວ່າ: ນັບແຕ່ອາທິດ ທີສອງ ຂອງເດືອນເມສານີ້ ເປັນຕົ້ນມາ, ຜູ້ຂາຍໃນ ອາເມຊອນ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ເກືອບ 1.000 ຊະນິດ, ໂດຍສະເລ່ຍແລ້ວ ໄດ້ປັບຂຶ້ນ ລາຄາເກືອບ 30% ເຊິ່ງບໍ່ມີເຫດຜົນອື່ນ ສາມາດ ອະທິບາຍວ່າ ຍ້ອນຫຍັງ ລາຄາສິນຄ້າ ຈຶ່ງມີການປັບຂຶ້ນ ຍົກເວັ້ນແຕ່ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີ.ນອກນີ້, CBS ຍັງຊີ້ໃຫ້ເຫັນວ່າ: ການທີ່ ນັກທຸລະກິດ ການຄ້າ ເອເລັກໂຕຣນິກ ແລະ ນັກທຸລະກິດ ຂາຍຍ່ອຍ ປັບຂຶ້ນ ລາຄາສິນຄ້າ ສະແດງ ໃຫ້ເຫັນວ່າ: ເປັນການ ຮັບມືກັບ ນະໂຍບາຍ ພາສີ ຂອງລັດຖະບານ ສະຫະລັດ ອາເມລິກາ ໃນປັດຈຸບັນ ແຕ່ການທີ່ ສ.ອາເມລິກາ ສ້າງຕ່ອງໂສ້ ການສະໜອງຄືນໃໝ່ ຫລື ຍົກຍ້າຍ ການຜະລິດ ໄປສູ່ປະເທດອື່ນນັ້ນ ອາດຈະຕ້ອງ ໃຊ້ເວລາ ຫລາຍປີ ແລະ ຕ້ອງມີຄ່າໃຊ້ ຈ່າຍຢ່າງຫລວງຫລາຍ./.
ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ