ສປ ຈີນ ສົ່ງດາວທຽມທ່ຽນລ້ຽນ 2-05 ເຂົ້າສູ່ວົງໂຄຈອນ ສຳເລັດ


ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ສປ ຈີນ ໄດ້ສົ່ງດາວທຽມ ທ່ຽນລ້ຽນ 2-05 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານອະວະກາດ ຊາງເຈິ່ງ 3B ຢູ່ສູນສົ່ງດາວທຽມ ຊີ່ຊ່າງ ທີ່ຕັ້ງຢູ່ ແຂວງເສສວນ ຂອງ ສປ ຈີນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ພາລະກິດ ຍິງສົ່ງໄດ້ຮັບຜົນສຳເລັດ ຢ່າງຈົບງາມ.ດາວທຽມທ່ຽນລ້ຽນ 2-05 ແມ່ນດາວທຽມ ສົ່ງຕໍ່ຂໍ້ມູນ ໃນວົງໂຄຈອນ ຮ່ວມກັບ ໂລກລຸ້ນທີສອງ ຂອງ ສປ ຈີນ, ຕົ້ນຕໍ ແມ່ນຖືກນຳໃຊ້ ເຂົ້າໃນການສະໜອງ ການບໍລິການ ສົ່ງຕໍ່ ຂໍ້ມູນ ແລະ ວັດແທກ ຄວບຄຸມທາງໄກ ໃຫ້ແກ່ ເຮືອບິນອະວະກາດ ບັນທຸກຄົນ ເຊັ່ນ: ຍານອະວະກາດ ສະຖານີ ອະວະກາດ ແລະ ອື່ນໆ ພ້ອມທັງ ສະໜອງ ການບໍລິການ ສົ່ງຕໍ່ຂໍ້ມູນ ແລະ ວັດແທກ ຄວບຄຸມທາງໄກ ໃຫ້ແກ່ ດາວທຽມ ຊັບພະຍາກອນ ໃນວົງໂຄຈອນ ລະດັບກາງ ແລະ ລະດັບຕ່ຳ, ນອກຈາກນັ້ນ, ຍັງສາມາດ ໃຫ້ການສະໜັບ ສະໜູນ ດ້ານການວັດແທກ ຄວບຄຸມ ທາງໄກໃຫ້ແກ່ ການຍິງສົ່ງ ເຮືອບິນ ອະວະກາດ./.
ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ