ຈຸບິນອະວະກາດຈີນ ສຳເລັດການຜັດປ່ຽນກັນໃນວົງໂຄຈອນ

28/04/2025 16:54
Email Print 83
KPL - Asean 2024 ຈຸບິນ ອະວະກາດ ປະຈຳ ຍານອະວະກາດ ບັນທຸກ ຄົນເຊີນໂຈ່ວ 19 ແລະ ຈຸບິນ ອະວະກາດ ປະຈຳ ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 20 ໄດ້ຈັດພິທີ ຜັດປ່ຽນກັນ, ສອງຈຸບິນອະວະກາດ ໄດ້ມອບກະແຈ ຂອງສະຖານີ ອະວະກາດຈີນ ໃຫ້ກັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຈຸບິນ ອະວະກາດ ປະຈຳ ຍານອະວະກາດ ບັນທຸກ ຄົນເຊີນໂຈ່ວ 19 ແລະ ຈຸບິນ ອະວະກາດ ປະຈຳ ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 20 ໄດ້ຈັດພິທີ ຜັດປ່ຽນກັນ, ສອງຈຸບິນອະວະກາດ ໄດ້ມອບກະແຈ ຂອງສະຖານີ ອະວະກາດຈີນ ໃຫ້ກັນ. ຫ້ອງການ ໂຄງການ ການບິນອະວະກາດ ບັນທຸກຄົນ ຂອງ ສປ ຈີນ ໃຫ້ຮູ້ວ່າ: ຈຸບິນອະວະກາດ ປະຈຳ ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 19 ໄດ້ສຳເລັດ ພາລະກິດ ທີ່ຖືກ ມອບໝາຍ ທັງໝົດ, ຈະຂີ່ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 19 ຈະກັບຄືນ ທີ່ເດີ່ນຈອດ ຕົ່ງເຟີ່ງ ໃນວັນທີ 29 ເມສານີ້.ປັດຈຸບັນນີ້, ເດີ່ນຈອດ ແລະ ລະບົບ ກວດກາ ຕົວເລກຕ່າງໆ ພວມກະກຽມ ໃຫ້ດີ ເພື່ອຕ້ອນຮັບ ນັກບິນ ອະວະກາດ ກັບບ້ານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL