ແຈ້ງການຂອງກະຊວງການຕ່າງປະເທດ

18/04/2025 16:48
Email Print 83
KPL - Asean 2024 ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຈະສະເດັດມາຢ້ຽມ ຢາມ ສປປ ລາວ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຈະສະເດັດມາຢ້ຽມ ຢາມ ສປປ ລາວ ແລະ ເປັນປະທານໃນພິທີເປີດກອງປະຊຸມ ວິຊາການດ້ານການແພດ ແລະ ສາທາ ລະນະສຸກ ເພື່ອສະເຫລີມສະຫລອງຄົບຮອບ 25 ປີ ໂຄງການຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສໍາລັບບຸກຄະລາກອນການແພດຂອງ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025, ເຊິ່ງເປັນສ່ວນໜຶ່ງໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

KPL