ສປ ຈີນ-ສສ ຫວຽດນາມ ຮັດແໜ້ນສາຍພວພັນການຮ່ວມມືຢ່າງແໜ້ນແຟ້ນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ການຖະແຫລງຂ່າວ ນັດສາມັນ ຂອງກະຊວງການຕ່າງປະເທດ ກ່ຽວກັບ ການຢ້ຽມຢາມ ທາງລັດຖະກິດຢູ່ ສສ ຫວຽດນາມ ຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານ ປະເທດຈີນ ເມື່ອບໍ່ດົນມານີ້, ທ່ານ ຫລິນຈຽນ, ໂຄສົກ ກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ: ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປີດແງ່ຫວັງໃໝ່ ໃຫ້ແກ່ ການສ້າງປະຊາຄົມ ແບ່ງປັນອະນາຄົດ ສປ ຈີນ - ສສ ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ ແລະ ການພັດທະນາ ຂອງພາລະກິດ ສັງຄົມນິຍົມ ຂອງສອງປະເທດ, ສົ່ງພະລັງງານ ອັນຕັ້ງໜ້າ ເຂົ້າການວັດທະນາຖາວອນ ແລະ ສະຖຽນລະພາບ ຂອງພາກພື້ນ ແລະ ໂລກ. ທັງເປັນການຮັດແໜ້ນ ສາຍພົວພັນ ການຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ. ທ່ານ ຫລິນຈຽນ ຢັ້ງຢືນວ່າ: ສປ ຈີນ ຈະພ້ອມກັບ ສສ ຫວຽດນາມ ປະຕິບັດ ບັນດາຄວາມຮັບຮູ້ລວມສຳຄັນ ເຊິ່ງການນຳ ຂັ້ນສູງສອງພັກ, ສອງລັດ ບັນລຸໄດ້ ຢ່າງເຂັ້ມງວດ, ສືບທອດ ການພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ “ນ້ຳໃຈທີ່ເຂັ້ມຂຸ້ນ ລະຫວ່າງ ສສ ຫວຽດນາມ-ສປ ຈີນ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ຮັບປະກັນ ການສ້າງປະຊາຄົມ ແບ່ງປັນອະນາຄົດ ສປ ຈີນ - ສສ ຫວຽດນາມ ທີ່ມີຄວາມໝາຍ ຍຸດທະສາດພັດທະນາ ຢ່າງເປັນປົກກະຕິ ແລະ ຍາວນານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ