ຮຽບຮຽງຄືນເນື້ອໃນກົດໝາຍ 3 ສະບັບ ຂົງເຂດ ສພຊ

17/04/2025 12:45
Email Print 83
KPL - Asean 2024 ຂປລ. ກອງປະຊຸມຮຽບຮຽງຄືນບັນດາເນື້ອໃນຂອງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ (ສພຊ) ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ



ຂປລ. ກອງປະຊຸມຮຽບຮຽງຄືນບັນດາເນື້ອໃນຂອງກົດໝາຍ
3 ສະບັບ ຂົງເຂດສະພາແຫ່ງຊາດ (ສພຊ) ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈັດ​ຂຶ້ນ​ເມື່ບໍ່​ດົນ​ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການຂອງ ສພຊ, ທ່ານ ລີຈີນໍ ພາສະທຣານາ ຊ່ຽວຊານອາວຸໂສຈາກແຜນງານການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນເຖິງຄວາມສຳຄັນ ໃນການປັບປຸງຄືນບັນດາເນື້ອໃນຂອງກົດໝາຍ ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ (ສະບັບປັບປຸງປີ 2025) ແລະ ບັນດາກົດໝາຍກ່ຽວຂ້ອງທີ່ໄດ້ຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX.

​ໂອກາດ​ນີ້, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ໃນການປັບປຸງກົດໝາຍດັ່ງກ່າວ ເພື່ອຈະໄດ້ລາຍງານ ຕໍ່ຄະນະປະຈຳສະພາແຫ່ງຊາດໃນຕໍ່ໜ້າ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດຮຽນ ກ່ຽວກັບການປັບປຸງກົດໝາຍຂອງອົງການນິຕິບັນຍັດ ປະເທດຟີລິບປິນຕື່ມ​ອີກ.

ຂ່າວ-ພາບ: ສພຊ

KPL