ສະຫລອງບຸນປີໃໝ່ລາວ ມື້ສຸດທ້າຍຢູ່ ນວ ຄຶກຄື້ນມ່ວນຊື່ນ ຕິດພັນກັບຮີດຄອງປະເພນີ

17/04/2025 12:19
Email Print 83
KPL - Asean 2024 ຂປລ. ວັນທີ 16 ເມສາ 2025 ເປັນມື້ສັງຂານຂຶ້ນ ເຊິ່ງຖືເປັນມື້ທຳອິດຂອງປີໃໝ່ ເປັນມື້ປ່ຽນ ພສ ແລະ ຊາວພຸດລາວ ເຊື່ອວ່າວັນສັງຂານຂຶ້ນເປັນມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງາມ ເຊິ່ງມວນຊົນຊາວນະຄອນຫລວງວຽງຈັນ ກໍຄື ​ໃນທົ່ວປະເທດ ໄດ້ພ້ອມກັນສືບຕໍ່ ສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຕິດພັນກັບຮີດຄອງປະເພນີ ອັນດີງາມຂອງຊາດລາວ. ສະເພາະນະຄອນຫລວງວຽງຈັນ

ຂປລ.  ວັນທີ 16 ເມສາ 2025 ເປັນມື້ສັງຂານຂຶ້ນ ເຊິ່ງຖືເປັນມື້ທຳອິດຂອງປີໃໝ່ ເປັນມື້ປ່ຽນ ພສ ແລະ ຊາວພຸດລາວ ເຊື່ອວ່າວັນສັງຂານຂຶ້ນເປັນມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງາມ  ເຊິ່ງມວນຊົນຊາວນະຄອນຫລວງວຽງຈັນ ກໍຄື ​ໃນທົ່ວປະເທດ ໄດ້ພ້ອມກັນສືບຕໍ່ ສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຕິດພັນກັບຮີດຄອງປະເພນີ ອັນດີງາມຂອງຊາດລາວ. ສະເພາະນະຄອນຫລວງວຽງຈັນ ມວນຊົນໄດ້ສືບຕໍ່ຫົດສົງນ້ຳຢ່າງຄຶກຄື້ນ ຕາມເສັ້ນທາງ, ຖະຫວາຍສັງຄະທານ, ຫົດສົງພະຢູ່ຕາມວັດວາອາຮາມ ແລະ ການຕົບພະຊາຍ ເປັນໜຶ່ງໃນກິດຈະກຳ ຂອງບຸນປີໃໝ່ລາວ ທີ່ພໍ່ແມ່ປະຊາຊົນ ໄດ້ພາກັນຕົບພະຊາຍ ຢູ່ຕາມວັດວາອາຮາມຕ່າງໆ ເຊິ່ງສະໄໝບູຮານມີຄວາມເຊື່ອກັນວ່າ: ຕະຫລອດໄລຍະໜຶ່ງປີທີ່ພໍ່ແມ່ປະຊາຊົນເຂົ້າມາວັດ ຈະມີດິນຊາຍຕິດຕີນ ຫລື ເກີບ ອອກໄປນຳຖືວ່າເປັນການສ້າງບາບໂດຍບໍ່ຮູ້ໂຕ.

ດັ່ງນັ້ນ, ເມື່ອຮອດບຸນປີໃໝ່ ຈຶ່ງສົມຄວນແກ່ການເຮັດບຸນໂດຍຂົນຊາຍມາໄວ້ໃນວັດ ເມື່ອຂົນຊາຍມາແລ້ວ ກໍພາກັນກໍ່ຊາຍເປັນທາດ, ເປັນເຈດີ ຫລື ເອີ້ນອີກຊື່ໜຶ່ງວ່າ ຕົບພະຊາຍ ແລະ ອີກໜຶ່ງຄວາມໝາຍທີ່ສຳຄັນຂອງການຕົບພະຊາຍ ກໍຄື ການສ້າງຄວາມຮັກ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ເຮັດເປັນກອງຊາຍຂອງບ້ານ ເປັນການຊ່ວຍເຫລືອວັດ ໂດຍບໍ່ຕ້ອງນຳຊາຍທີ່ໄດ້ມາກໍ່ສ້າງ ຫລື ບູລະນະສິ່ງໃດຢູ່ວັດ ກໍເຮັດໃຫ້ເກີດເປັນບຸນກຸສົນ ໃຫ້ແກ່ຜູ້ທີ່ມາຮ່ວມຕົບພະຊາຍ ໄດ້ເຊັ່ນດຽວກັນ.

ບຸນປີໃໝ່ລາວ ຫລື ບຸນຫົດນໍ້າ ແມ່ນມີ 3 ມື້ ເຊິ່ງຕົກຢູ່ໃນລະຫວ່າງວັນທີ 14-15-16 ເມສາຂອງທຸກໆປີ ແລະ ຖ້າປີໃດມີແປດສອງຫົນກໍຈະມີ 4 ມື້. ສຳລັບປີນີ້ມີພຽງ 3 ມື້ ແລະ ກົງກັບວັນທີ 14-15-16 ເມສາ ຄື: ມື້ທີໜຶ່ງ ວັນທີ 14 ເອີ້ນວ່າ ມື້ສັງຂານລ່ວງ ຖືເປັນມື້ສຸດທ້າຍປີເກົ່າ, ມື້ທີສອງ ກົງກັບວັນທີ 15 ເອີ້ນວ່າ ວັນເນົາ ເປັນວັນທີ່ຢູ່ໃນລະຫວ່າງກາງປີເກົ່າກັບປີໃໝ່ ແລະ ມື້ທີສາມ ວັນທີ 16 ເອີ້ນວ່າ ມື້ສັງຂານຂຶ້ນ ເຊິ່ງຖືເປັນມື້ທຳອິດຂອງປີໃໝ່ ເປັນມື້ປ່ຽນ ພສ ແລະ ຊາວພຸດລາວເຮົາເຊື່ອວ່າວັນສັງຂານຂຶ້ນ ເປັນມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງາມ, ເປັນມື້ໂຊກມື້ໝານ. ສະນັ້ນ, ຄອບຄົວໃດທີ່ມີເງື່ອນໄຂ ກໍມັກຈະຈັດພິທີບາສີສູ່ຂວັນຕ້ອນຮັບປີໃໝ່ຮັບໂຊກລາບ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL