ກອງທັບປະຊາຊົນລາວ ສໍາເລັດການ ຊ່ວຍຜູ້ປະສົບແຜ່ນດິນໄຫວ ຢູ່ມຽນມາ

ຂປລ. ຄະນະປະຕິບັດງານ ຊ່ວຍເຫລືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບນະຄອນຫຼວງວຽງຈັນ ໃນວັນທີ 8 ເມສາ 2025 ດ້ວຍຄວາມປອດໄພ ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຕ້ອນຮັບຢູ່ສະໜາມບິນສາກົນ ວັດໄຕ.
ກ່ອນເດີນທາງກັບມານະຄອນຫລວງວຽງຈັນ ຄະນະປະຕິບັດງານຊ່ວຍເຫລືອ ຜູ້ປະສົບແຜນດິນໄຫວ ຂອງກອງທັບປະຊາຊົນລາວ ຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 252 ລ້ານກີບ ໃຫ້ອົງການປົກຄອງ ເມືອງເຈົາແຊ. ພ້ອມນັ້ນ, ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ມອບເຂົ້າສານ ຈຳນວນ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ, ຕາງໜ້າກ່າວມອບໂດຍ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຢາງກຸ້ງ ສສ ມຽນມາ.
ຂ່າວ: ເພັດ ສົມນໍວັນ