ຍອດຜູ້ເສຍຊີວິດຈາກແຜນດິນໄຫວໃນມຽນມາ ເກືອບ 700ຄົນ
Email
Print
83

KPL - Asean 2024
ລັດຖະບານ ມຽນມາ ຖະແຫລງ ໃນວັນທີ29ມີນານີ້ ກ່ຽວກັບ ຍອດຜູ້ເສຍຊີວິດ ຈາກເຫດການ ແຜ່ນດິນໄຫວ ເຮັດໃຫ້ມີ ຜູ້ເສຍຊີວິດ 694 ຄົນ ແລະ ມີຜູ້ບາດເຈັບ ເກືອບ 1.670ຄົນ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ເນປີດໍ, ລັດຖະບານ ມຽນມາ ຖະແຫລງ ໃນວັນທີ29ມີນານີ້ ກ່ຽວກັບ ຍອດຜູ້ເສຍຊີວິດ ຈາກເຫດການ ແຜ່ນດິນໄຫວ ເຮັດໃຫ້ມີ ຜູ້ເສຍຊີວິດ 694 ຄົນ ແລະ ມີຜູ້ບາດເຈັບ ເກືອບ 1.670ຄົນ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ພວມປະຕິບັດໜ້າທີ່ ການຄົ້ນຫາ ແລະ ກູ້ໄພໃນພື້ນທີ່ ປະສົບໄພພິບັດ ໃນຄັ້ງນີ້ ຊຶ່ງພື້ນທີ່ ເສຍຫາຍ ຢ່າງໜັກສຸດ ແມ່ນເມືອງ ມັນທະເລຍ ຊຶ່ງເປັນເມືອງໃຫຍ່ ອັນດັບ 2 ຂອງປະເທດ ເພາະຢູ່ໃກ້ ສູນກາງ ແຜ່ນດິນໄຫວ. ຍອດຜູ້ເສຍຊີວິດ ອາດເພີ່ມຂຶ້ນ ຫລາຍກວ່າ 10.000ຄົນ ແລະ ຄວາມເສຍຫາຍ ອາດສູງກວ່າ ລວມຍອດ ຜະລິດຕະພັນ ພາຍໃນປະເທດ ຫລື ຈີດີພີ (GDP) ຂອງມຽນມາ. ຂະນະທີ່ ໜ່ວຍງານກູ້ໄພຂອງ ສປ ຈີນ ໄດ້ເດີນທາງເຂົ້າມາຊ່ວຍເຫລືອມ ມຽນມາແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ