ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

28/03/2025 20:55
Email Print 83
KPL - Asean 2024 ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

          ທ່ານ ນາງ ມະນິລິນ ສິດທິໄຊ ຮອງປະທານບໍລິສັດສາຍຂອງການຄ້າ, ທັງເປັນເຂົ້າຂອງພິກກີບີ ​ໄດ້ໃຫ້ຮູ້ວ່າ: ການເປີດຮ້ານພິກກີບີ ໃນຮູບແບບໃໝ່ນີ້, ກໍເພື່ອຍົກລະດັບການບໍລິການ ແນໃສ່ອໍານວຍຄວາມສະດວກ ໃຫ້​ແກ່ລູກຄ້າ ໄດ້ມານັ່ງກິນອາຫານຂອງພິກກີບີ ໃນຫ້ອງແອ, ພ້ອມກັບການບໍລິການທີ່ວ່ອງໄວ, ຍິ້ມແຍ້ມແຈ່ມໃສ ແລະ ອື່ນໆ ເຊິ່ງພິກກີບີ ໄດ້ພັດທະນາ, ຍົກສູງ, ປັບປຸງ ຜະລິດຕະພັນຂອງຕົນເອງ ໃຫ້ຄຸ້ມຄ່າກັບລາຄາ, ພ້ອມທັງເພີ່ມລາຍການອາຫານ ໃຫ້ມີຄວາມຫລາກຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ດັບໂບຊິສໂຖດ (Double cheese toast), ທອດມັນຝຣັ່ງ (French Fries), ຊິສໂຖດຄອມໂບ້ (cheese Toast Combo+pepsi), ພິກກີບີມິສເຊັດ (PiggyB mix set) ແລະ  ພິກກີບີສະລັດ (PiggyB Salad) ເພື່ອເພີ່ມທາງເລືອກ ໃຫ້​ແກ່​ລູກຄ້າ ທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປັດຈຸບັນ.

ປັດຈຸບັນ ພິກກີບີ ມີທັງໝົດ 120 ສາຂາ ໃນທົ່ວປະເທດ, ນອກນັ້ນ ຍັງໄດ້ຂະຫຍາຍສາຂາ ໄປ ປະເທດເພື່ອນບ້ານ (ໄທ) 6 ສາຂາ (ຢູ່ໜອງຄາຍ, ອຸດອນ ແລະ ຂອນແກ່ນ). ສຳລັບ ແຜນການໃນຕໍ່ໜ້າ ພິກກີບີ ຍັງຈະເປີດຮ້ານໃນຮູບແບບໃໝ່ (Food store) ສາຂາທີ 2 ຢູ່ວຽງຈັນເຊັນເຕີນະຄອນຫລວງວຽງຈັນ. ຢ່າງໃດກໍຕາມ ສຳລັບ ຜູ້ປະກອບການ, ນັກທຸລະກິດ ທ່ານໃດຫາກມີຄວາມສົນໃຈ ຢາກດໍາເນີນກິດຈະການ ຫລື ເປັນຕົວແທນຈຳໜ່າຍຜະລິດຕະພັນ ຂອງພິກກີບີ ສາມາດເຂົ້າມາຕິດຕໍ່ພົວພັນ ກັບພິກກີບີ ກໍຄື ເຈົ້າຂອງຍີ່ຫໍ້ພິກກີບີ ໄດ້ໂດຍກົງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL