ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6

28/03/2025 20:50
Email Print 83
KPL - Asean 2024 ຂປລ. ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈັດຂຶ້ນ ໃນວັນທີ 27 ມີນາ 2025 ນີ້, ຢູ່ ກະຊວງການຕ່າງປະເທດ, ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.

ຂປລ. ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈັດຂຶ້ນ ໃນວັນທີ 27 ມີນາ 2025 ນີ້, ຢູ່ ກະຊວງການຕ່າງປະເທດ, ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.

ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ອໍານວຍຄວາມສະດວກທຸກປະການ ໃນໂອກາດເດີນທາງມາ ຢ້ຽມຢາມ ສ ເກົາຫລີ ແລະ ເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ ເຊິ່ງຖືເປັນໂອກາດອັນດີ ທີ່ສອງຝ່າຍໄດ້ປຶກສາຫາລືກັນ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ ໂດຍສະເພາະໃນໄລຍະທີ່ສອງປະເທດ ກຳລັງສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃນປີ 2025 ເຊິ່ງເປັນການຢືນຢັນຄືນເຖິງຄວາມມຸ້ງໝັ້ນ ຂອງສອງປະເທດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ສປປ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ທີ່ສູງຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ຕະຫລອດໄລຍະ 3 ທົດສະວັດ ທີ່ຜ່ານມາ ເຊິ່ງໄດ້ສ້າງຂຶ້ນບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ຢູ່ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ການນໍາຂັ້ນສູງຂອງສອງປະເທດ ກໍ່ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິມາໂດຍຕະຫລອດ ແລະ ມີທ່າອ່ຽງເພີ່ມຂຶ້ນ, ລວມເຖິງການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ກໍ່ເຊັ່ນດຽວກັນ.

ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສຸງການຮ່ວມມືດ້ານເສດຖະກິດ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ການຜ່ອນຄາຍຂອງການລະບາດ ຂອງພະຍາດໂຄວິດ-19 ເຊິ່ງສະແດງອອກປີ 2024, ການລົງທຶນຂອງ ສ ເກົາຫລີ ຢູ່ ສປປ ລາວ ມີຈໍານວນ 271 ໂຄງການ ມີມູນຄ່າການລົງທຶນ ປະມານ 759 ກວ່າລ້ານໂດລາສະຫະລັດ ແລະ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ ເຊິ່ງແມ່ນການລົງທຶນໃນຂະແໜງພະລັງງານໄຟຟ້າ, ການກໍ່ສ້າງ, ການບໍລິການ, ກະສິກໍາ, ອຸດສາຫະກໍາ, ຫັດຖະກໍາ, ໂຮງແຮມ, ຮ້ານອາຫານ, ທະນາຄານ, ບໍ່ແຮ່, ການຄ້າ, ການສຶກສາ, ອຸດສາຫະກໍາໄມ້, ຕັດຫຍິບ ແລະ ອື່ນໆ.

ສອງຝ່າຍ ໄດ້ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດທະນາ, ການປ່ຽນແປງດິນຟ້າອາກາດ, ວັດທະນະທໍາ-ສັງຄົມ, ແຮງງານ, ກົງສູນ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການພົວພັນຮ່ວມມືໃນຂອບອາຊຽນ-ສ ເກົາຫລີ, ແມ່ນ້ໍາຂອງ-ສ ເກົາຫລີ, ອົງການສະຫະປະຊາຊາດ (ສປຊ) ແລະ ການຮ່ວມມືໃນບັນດາອົງການຈັດຕັ້ງສາກົນໃນຂອບອື່ນໆ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ.

ໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຊ່ວຍ ເຫລືອ ແລະ ສະໜັບສະໜູນອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານໂຄງການຊ່ວຍເຫລືອ ທາງການເພື່ອການພັດທະນາ (ODA) ແລະ ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ ສ ເກົາຫລີ (EDCF) ເຊິ່ງໄດ້ສຸມໃສ່ຂະແໜງການທີ່ເປັນບຸລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາຂະແໜງສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ອື່ນໆ. ພິເສດ, ກໍແມ່ນການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນຂອງ ສ ເກົາຫລີ ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດອັນງົບງາມ.

ໃນດ້ານແຮງງານ, ທ່ານ ພົງສະຫວັນ ສີສຸລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ ຝ່າຍ ສ ເກົາຫລີ ໄດ້ເພີ່ມໂກຕາແຮງງານລາວ (Skilled Workers) ເດີນທາງໄປເຮັດວຽກ ທີ່ ສ ເກົາຫລີ ໃນສົກປີ 2024-2025 ຜ່ານມາ ເຊິ່ງປັດຈຸບັນ ມີແຮງງານລາວປະມານ 8.000 ກວ່າຄົນ ກໍາລັງເຮັດວຽກ ຢູ່ ສ ເກົາຫລີ ໂດຍຜ່ານລະບົບການຈ້າງງານ (EPS) ແລະ ການເຮັດວຽກຕາມລະດູການ (SWP) ອັນເປັນການສ້າງກາລະໂອກາດທີ່ດີໃຫ້ແຮງງານລາວສາມາດສ້າງລາຍໄດ້ເພີ່ມຂຶ້ນ ແລະ ພັດທະນາທັກສະສີມືແຮງງານໃຫ້ມີຄຸນນະພາບ, ພ້ອມນີ້ ກໍຫວັງວ່າ ຝ່າຍ ສ ເກົາຫລີ ຈະສືບຕໍ່ເພີ່ມໂກຕາໃຫ້ແຮງງານລາວ ໃນສົກປີຕໍ່ໄປ ແລະ ຂະຫຍາຍຂົງເຂດການເຮັດວຽກໃຫ້ກວ້າງຂຶ້ນຕື່ມ ໂດຍສະເພາະແມ່ນ ວຽກງານອຸດສາຫະກຳ ແລະ ການປະມົງ.

ໃນຂະນະດຽວກັນ, ທ່ານ ຈອງ ບຽວ ວອນ ກໍໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ມີໂອກາດໄດ້ຕ້ອນຮັບຄະນະຜູ້ແທນຝ່າຍລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສ ເກົາຫລີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຕະຫລອດມາ ແລະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນ ຂອງ ສ ເກົາຫລີ ໃນການສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜຸນ ສປປ ລາວ ໃນຊຸມປີຂ້າງໜ້າ

ໃນວັນດຽວກັນ, ທ່ານ ພົງສະຫວັນ ສີສຸລາດ ຍັງໄດ້ເຂົ້າຢ້ຽມຂ່ໍານັບ ທ່ານ ໂຈ ແຕ ຢຸນ ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫລີ ຕື່ມອີກ.

ຂ່າວ-ພາບ: ກຕທ

KPL