ຍີ່ປຸ່ນ ເຕືອນພາສີລົດໃຫຍ່ໂດຍສ.ອາເມລິກາ ຈະສົ່ງຜົນກະທົບຕໍ່ຄວາມຮ່ວມມືທາງເສດຖະກິດ

30/03/2025 12:33
Email Print 83
KPL - Asean 2024 ທ່ານ ຊີເງຣຸ ອິຊິບະ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ກ່າວເຖິງ ການທີ່ ສ.ອາເມລິກາ ປະກາດມາດຕະການພາສີ 25% ຕໍ່ລົດ ແລະ ເຄື່ອງອາໄຫລ່ລົດ ຊຶ່ງຜະລິດນອກ ປະເທດ ສ.ອາເມລິກາ ໂດຍໃນສ່ວນ ຂອງພາສີລົດ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 2 ເມສານີ້

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນເມື່ອບໍ່ດົນມານີ້ວ່າ:​ທ່ານ ຊີເງຣຸ ອິຊິບະ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ກ່າວເຖິງ ການທີ່ .ອາເມລິກາ ປະກາດມາດຕະການພາສີ 25% ຕໍ່ລົດແລະເຄື່ອງອາໄຫລ່ລົດ ຊຶ່ງຜະລິດນອກ ປະເທດ .ອາເມລິກາ  ໂດຍໃນສ່ວນຂອງພາສີລົດ ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 2 ​ເມສານີ້ ວ່າລັດຖະບານ ຍີ່ປຸ່ນ ພວມພິຈາລະນາມາດຕະການ ຕອບສະໜອງທີ່ເໝາະສົມແລະເນັ້ນໜັກວ່າ ຍີ່ປຸ່ນເປັນປະເທດທີ່ມີບົດບາດສຳຄັນ ຕໍ່ເສດຖະກິດຂອງ.ອາເມລິກາໃນຖານະຜູ້ລົງທຶນລາຍໃຫຍ່ ອັນດັບໜຶ່ງ.

ທ່ານໂຊຢິມາສະ ຮາຍາຊີເລຂາທິການ ຄະນະລັດຖະມົນຕີ ຍີ່ປຸ່ນ ກ່າວວ່າ: ການປະກາດມາດຕະການພາສີລົດຂອງລັດຖະບານ .ອາເມລິກາຈະສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຄວາມສຳພັນທາງເສດຖະກິດລະດັບ ທະວີພາຄີແລະ ກົນໄກ ການຄ້າໂລກໃນພາບລວມ. ໃນຂະນະທີ່ ທາງບໍລິສັດໂຕໂຢຕ້າ ຍັງບໍ່ມີຄວາມເຫັນຢ່າງເປັນທາງການ , ສ່ວນຮອນດ້າເປີດເຜີຍວ່າ ພວມມີການ ປຶກສາຫາລືກັນ ເພື່ອກຳນົດແນວທາງຕອບສະໜອງໃຫ້ເກີດຜົນກະທົບຕໍ່ ອຸດສາຫະກຳທັງໝົດ ທີ່ກ່ຽວຂ້ອງໃນລະດັບໜ້ອຍທີ່ສຸດ. ອຸດສາຫະກຳ ຍານພາຫະນະຖືເປັນເປັນໜຶ່ງໃນເສົາຫລັກຂອງ ສດຖະກິດ ຍີ່ປຸ່ນໂດຍກວມເອົາ ອັດຕາສ່ວນ ເປັນໜຶ່ງໃນສາມ ຂອງ ສິນຄ້າ ດ້ວຍມູນຄ່າທັງໝົດ ປະມານ 21,3 ພັນຕື້ເຢນ ທີ່ຍີ່ປຸ່ນສົ່ງອອກໄປຍັງ  .ອາເມລິກາເມື່ອປີ 2024. /

 

KPL