ຜູ້ນໍາສ.ອາເມລິກາ ເຊັນຄຳສັ່ງຜູ້ມີສິດເລືອກຕັ້ງຕ້ອງຢືນຢັນການເປັນພົນລະເມືອງໃນປະເທດ


ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງວໍຊິງຕັນ ປະເທດສ.ອາເມລິກາ, ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍ ລິຫານ ວ່າດ້ວຍ ການຍົກລະດັບ ມາດຕະການ ທີ່ກ່ຽວຂ້ອງ ກັບ ການຈັດການເລືອກຕັ້ງ ລະດັບລັດ ລວມເຖິງ ການທີ່ ຜູ້ລົງທະບຽນເລືອກຕັ້ງ ຕ້ອງສະແດງຫລັກຖານ ທີ່ຈະແຈ້ງ ເພື່ອຢືນ ຢັນ ການຖື ສັນຊາດ ສ.ອາເມລິກາ .
ສຳລັບຫລັກຖານ ທີ່ໃຊ້ ຢືນຢັນຕົວຕົນໄດ້ ເປັນຜູ້ທີ່ຖືສັນຊາດ ສ.ອາເມລິກາ ຕາມກົດໝາຍເຊັ່ນ: ໜັງສືເດີນທາງລັດ ແຫ່ງໃດກໍ່ຕາມ ຫລື ບໍ່ສາມາດປະຕິບັດ ຕາມມາດຕະການ ດັ່ງກ່າວນີ້ ອາດຜະເຊີນກັບ ການຖືກຕັດອອກຈາກງົບປະມານ ສະໜັບສະໜູນຈາກ ສ່ວນກາງ. ນອກຈາກນີ້ ຄຳສັ່ງຂອງທ່ານ ໂດນັນທຣຳ ຍັງກຳນົດໃຫ້ກະຊວງ ຍຸຕິທຳ ເປັນຜູ້ມີອຳນາດ ໃນການ ດຳເນີນການ ທີ່ຈຳເປັນ ຕາມກອບຂອງ ກົດໝາຍ ຕໍ່ລັດ ກຳນົດ ດ້ວຍການນັບຄະແນນ ຈາກບັດເລືອກຕັ້ງ ທີ່ສົ່ງທາງໄປສະນີ ຫລື ບັດລົງຄະແນນຂອງຜູ້ ທີ່ບໍ່ສາມາດໃຊ້ສິດທິ ດ້ວຍຕົນເອງ ແລະ ໄດ້ຮັບບັດ ຫລັງຈາກ ວັນເລືອກຕັ້ງ ແລະ ນໍາມາສະຫລຸບລວມ ຕໍ່ຜົນຄະແນນ. /