ສປຈີນ ກວມເອົາອັດຕາສ່ວນການຕິດຕັ້ງ ພະລັງງານໝູນວຽນກວ່າ 60% ຂອງໂລກ

30/03/2025 12:33
Email Print 83
KPL - Asean 2024 ທົ່ວໂລກ ຕິດຕັ້ງ ພະລັງງານ ໝູນວຽນ ໃນປະລິມານສູງສຸດ ເປັນປະຫວັດສາດ ເມື່ອປີກາຍນີ້, ໂດຍສະເພາະ ສປຈີນ.

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດຝຣັ່ງເມື່ອບໍ່ດົນມານີ້, ກະຊວງພະລັງງານໝູນວຽນລະຫວ່າງປະເທດ (​ໄອອາຣອີເອັມເອ) ລາຍງານວ່າ: ​ທົ່ວໂລກ ຕິດຕັ້ງ ພະລັງງານ ໝູນວຽນ ໃນປະລິມານສູງສຸດເປັນປະຫວັດສາດເມື່ອປີກາຍນີ້, ໂດຍສະເພາະ ສປຈີນ.

          ກຳລັງການຜະລິດຈາກ ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານນໍ້າແລະ ພະລັງງານຄວາມຮ້ອນ ​​ ທົ່ວໂລກ ຈະເລີນ ເຕີບໂຕຂຶ້ນ 15,1%.  ນອກຈາກນັ້ນ ກຳລັງ ການຜະລິດ ພະລັງງານໝູນວຽນໃນເຄືອຂ່າຍໄຟຟ້າທົ່ວໂລກ ກໍມີຈຳນວນເພີ່ມຂຶ້ນ 585 ກິກາວັດ ຫລື ກວມເອົາ 92,5% ຂອງ ກຳລັງ ການຜະລິດໄຟຟ້າ ໂດຍທັງໝົດໄດ້ຕິດຕັ້ງໃໝ່ເມື່ອປີກາຍນີ້. ສະນັ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ ໄດ້ຕົກລົງກັນໃນກອງປະຊຸມດ້ານສະພາບອາກາດລະດັບໂລກຄອບ 28” ​ເມື່ອປີ 2023 ກ່ຽວກັບ ການເພີ່ມກຳລັງ ການຜະລິດ ພະລັງງານ ໝູນວຽນໃຫ້ເປັນ 3 ​ເທົ່າ ,ໃນປີ 2030 ​ໂລກຈະຕ້ອງບັນລຸ ການເຕີບໂຕ ປີລະ 16,6% ຈົນເຖິງ ທ້າຍທົດສະວັດ. /

KPL