ຜູ້ນຳສ.ອາເມລິກາ ຈະເກັບພາສີລົດໃຫຍ່ທີ່ບໍ່ໄດ້ປະກອບພາຍໃນ 25%

30/03/2025 12:33
Email Print 83
KPL - Asean 2024 ປະເທດນີ້ ຈະເກັບພາສີກັບລົດໃຫຍ່ ທີ່ ຜະລິດ ແລະ ນໍາເຂົ້າ ຈາກຕ່າງປະເທດ ດ້ວຍອັດຕາ 25% ໃນເດືອນເມສາ 2025 ນີ້

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດສ.ອາເມລິກາ ເມື່ອບໍ່ດົນມາ,  ປະເທດນີ້ ຈະເກັບພາສີກັບລົດໃຫຍ່ ທີ່ ຜະລິດ ແລະ ນໍາເຂົ້າ ຈາກຕ່າງປະເທດ  ດ້ວຍອັດຕາ 25% ໃນເດືອນເມສາ 2025 ນີ້,  ການເກັບພາສີ ຍານພາຫະນະ ດັ່ງກ່າວ ຈະມີຜົນບັງຄັບໃຊ້ ໃນເດືອນຕໍ່ໜ້າ ເພື່ອແນໃສ່ ເພີ່ມລາຍໄດ້ ແລະ ຫລຸດພາລະໜີ້ສິນ ຂອງ ປະເທດ.  ປັດຈຸບັນ ປະມານ 50% ຂອງ ລົດໃຫຍ່ທີ່ຈຳໜ່າຍ ຢູ່ ສ.ອາເມລິກາ ເປັນສິນຄ້າທີ່ປະກອບ ຢູ່ ຍີ່ປຸ່ນ, ສ.ເກົາຫລີ ແລະ ເຢຍລະມັນ. ຊຶ່ງລ້ວນແຕ່ ເປັນປະເທດ ພັນທະມິດ ແລະ ຄູ່ການຄ້າ ລາຍໃຫຍ່ຂອງ ສ.ອາເມລິກາ ./

 

KPL