ສສ ຫວຽດນາມ-ອິນເດຍ ຍົກສູງການເຄື່ອນໄຫວຮັກສາສັນຕິພາບ ສປຊ

25/11/2024 16:38
Email Print 83
KPL - Asean 2024 ການຝືກຊ້ອມ ສອງຝ່າຍ ລະຫວ່າງ ສສ ຫວຽດນາມ ແລະ ອິນເດຍ ກ່ຽວກັບ ການຮັກສາ ສັນຕິພາບ ສປຊ ປີ 2024 (VINBAX 2024) ຄັ້ງທີ 5 ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ເມື່ອບໍ່ດົນມານີ້ ຢູ່ ສຳນັກງານ ກອງພົນນ້ອຍ ຊ່າງແສງ 474, Chandi Mandir ລັດຮາຢານາHaryana)ປະເທດ ອິນເດຍ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ການຝືກຊ້ອມ ສອງຝ່າຍ ລະຫວ່າງ ສສ ຫວຽດນາມ ແລະ ອິນເດຍ ກ່ຽວກັບ ການຮັກສາ ສັນຕິພາບ ສປຊ ປີ 2024 (VINBAX 2024) ຄັ້ງທີ 5 ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ເມື່ອບໍ່ດົນມານີ້ ຢູ່ ສຳນັກງານ ກອງພົນນ້ອຍ ຊ່າງແສງ 474, Chandi Mandir ລັດຮາຢານາHaryana)ປະເທດ ອິນເດຍ ໃນໂອກາດນີ້ ທ່ານ ລືວດິ່ງຮຽນ, ຜູ້ບັນຊາສູນອົບຮົມ, ກົມຮັກສາ ສັນຕິພາບ ຫວຽດນາມ ກ່າວວ່າ: ພາຍຫລັງ ດຳເນີນ ໃນເວລາ 10 ວັນ, VINBAX 2024 ແມ່ນການຊ້ອມຮົບ ໃນພື້ນທີ່ຕົວຈິງ ໄດ້ສ້າງພື້ນຖານ ທີ່ດີງາມ ແລະ ແມ່ນກາລະໂອກາດໜຶ່ງດຽວໃຫ້ແກ່ ບັນດາ ກົມກອງ ແລະ ກຳລັງທະຫານ ສອງປະເທດ ແບ່ງປັນນຳກັນ, ຕີລາຄາບັນດາມາດຖານ ທີ່ບັນລຸໄດ້ ແລະ ເພີ່ມທະວີ ກຳລັງຄວາມສາມາດ ດ້ານການທະຫານ ຮ່ວມກໍ່ຄື ຄວາມສາມາດ ພົວພັນຕິດຕໍ່ນຳກັນ ໃນການຮັບ ສະໝັກ ແລະ ຜັນຂະຫຍາຍ ກອງຮ້ອຍຊ່າງແສງ ແລະ ກອງການແພດ ເພື່ອປະຕິບັດບັນດາໜ້າທີ່ ໃນການເຄື່ອນໄຫວ ຮັກສາ ສັນຕິພາບຂອງ ສປຊ.ທ່ານ ພົນຕີ ຣາຈາສ ພຸສກາ(Rajesh Pushkar) ຜູ້ບັນຊາການໃຫຍ່ ກອງພົນໃຫຍ່ Kharga ຂອງອິນເດຍ ກ່າວວ່າ: ການຝຶກຊ້ອມ ຮັກສາສັນຕິພາບ ສອງຝ່າຍ ອິນເດຍ-ສສ ຫວຽດນາມ ໄດ້ປັບປຸງ ວິໄສທັດຮ່ວມເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດ ກວ່າອີກ. ອິນເດຍ ແລະ ສສ ຫວຽດນາມ ພວມສືບຕໍ່ ປະກອບສ່ວນ ສວມບົດບາດ ສຳຄັນຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊິຟິກ ແລະ ໃນອາຊຽນ, ການພົວພັນ ສອງຝ່າຍ ລະຫວ່າງສອງປະເທດຈະນັບມື້ ນັບເລິກເຊິ່ງ ແລະ ເປີດກວ້າງກວ່າອີກ ໃນຊຸມປີຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL