ຫ້ອງການ ອຄ ເມືອງແກ່ນທ້າວ ຕິດຕາມ ກວດກາການກໍານົດຄ່າບໍລິການລ້າງລົດ

18/10/2024 12:59
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ(ອຄ) ເມືອງແກ່ນທ້າວ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ອົງການກວດ

      

   ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ(ອຄ) ເມືອງແກ່ນທ້າວ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ອົງການກວດ ກາລັດເມືອງ ລົງຕິດຕາມ ແລະ ກວດກາການກໍານົດຄ່າບໍລິການລ້າງລົດ ຢູ່ພາຍໃນເທສະບານເມືອງ ນໍາໂດຍ ທ່ານ ນາງ ເຂັມທອງ ຈິນດາມະນີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ.       ການລົງຕິດຕາມ ແລະ ກວດກາຄັ້ງນີ້, ກໍເພື່ອຮັບປະກັນລາຄາລ້າງລົດຢູ່ພາຍໃນເມືອງ ໃຫ້ເປັນເອກະພາບກັນ ແລະ ບໍ່ໃຫ້ຂຶ້ນລາຄາເກີນທີ່ກໍານົດໄວ້ ເຊັ່ນ: ລົດກະບະ, ລົດເກັງ 70,000 ກີບ/ຄັນ, ລົດປາໂດ, ລົດແລນກຸຍເຊີ ແລະ ລົດຕູ້ 100,000 ກີບ/ຄັນ. ພ້ອມນີ້, ຍັງເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະ ນະພັກເມືອງ ແກ່ນທ້າວ, ອົງການແນວລາວສ້າງຊາດເມືອງ, ສະຫະພັນນັກຮົບເກົ່າເມືອງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.

ຂ່າວ: ແກ່ນທ້າວ

KPL