ນະຄອນຫລວງ ຈະປັບປຸງພື້ນທີ່ກະຊວງຍຸຕິທຳ ຫລັງເກົ່າເປັນແຫລ່ງທ່ອງທ່ຽວ
*ປະຕູໄຊ ຫລື ອານຸສາວະລີແມ່ນໜຶ່ງໃນຈຸດໃຈກາງສໍາຄັນເຊິ່ງຖືວ່າ ເປັນສັນຍະລັກເມືອງເອກຂອງ ສປປລາວ ກໍວ່າໄດ້, ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ສປປ ລາວ ຈາກອະດີດເຖິງປັດຈຸບັນບ່ໍແມ່ນເລື່ອງແປກທີ່ເຫັນຊາວລາວ, ແຂກຕ່າງດ້າວທ້າວຕ່າງເມືອງ ແລະ ນັກທ່ອງທ່ຽວມັກແວ່ທ່ຽວຊົມ ແລະ ສຶກສາຫາຄວາມຮູ້ດ້ານປະຫວັດສາດ. ຕາມຂໍ້ມູນເບື້ອງຕົ້ນຈາກພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານວ່າ ປະຕູໄຊເປັນໜ່ຶງໃນຈຸດສົນໃຈ ແລະ ກາຍເປັນສະຖານທີ່ທ່ອງທ່ຽວຍອດນິຍົມທັງແຂກພາຍໃນ-ຕ່າງປະເທດ ໂດຍສະເລ່ຍມີນັກທ່ອງທ່ຽວເຂົ້າແວ່ຊົມບໍ່ຕໍ່າກວ່າ400-500 ຄົນຕໍ່ມື້.
ມື້ນີ້ຜູ້ຂຽນຈະພາ ທ່ານໄປຮູ້ເບື້ອງຫລັງຄວາມເປັນມາ ແລະ ປະຫວັດຂອງອານຸສາວະລີ ແບບຄ້າວໆພໍຫອມປາກຫອມຄໍດັ່ງນີ: ປະຕູໄຊຫລືບາງຄົນກໍເອີ້ນວ່າອານຸສາວະລີ ແຕ່ຈະໃຫ້ຖືກແທ້ໆຕ້ອງເອີ້ນວ່າອານຸສາວະລີປະຕູໄຊເຊິ່ງມັນໄດ້ຮັບການສ້າງຂຶ້ນເພື່ອເປັນອານຸສອນໃຫ້ແກ່ໄຊຊະນະຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງແລະສົງຄາມກັບຈັກກະຟັດພວກລ່າເມືອງຂຶ້ນໃນປີ 1949 ແລະ ປະຕູໄຊເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968. ສັງເກດຈາກຮູບຊົງ ແລະ ການອອກແບບກໍ່ສ້າງແລ້ວຄ້າຍກັບປະຕູໄຊArcdeTriomphe ຢູ່ປະເທດຝຣ່ັງແລະນັກທ່ອງທ່ຽວ ທີ່ມາເຫັນໃນນັ້ນບາງຄົນກໍເວົ້າວ່າປະຕູໄຊອ້າຍນ້ອງກັນ ເຖິງແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດຕະຍະກຳແລ້ວແມ່ນມີຄວາມແຕກຕ່າງກັນຫລາຍອັນທີ່ພົ້ນເດັ່ນຮູບແຕ້ມຫລືວາດໃນຜາໄດ້ປະກົດ ເຫັນຮູບຂອງກິນນາລີ,ຮູບກົບກິນເດືອນ ແລະ ອື່ນໆ.ອານຸສາວະລີປະຕູໄຊແມ່ນຈະ ມີປະຕູໃຫຍ່ທັງສີ່ດ້ານແລະປະກອບ ມີ 7 ຊັ້ນ, ມີຂັ້ນໄດທາງຂຶ້ນສອງ ຂ້າງ, ໂດຍທາງດ້ານເທິງເປັນອາ ຄານ 5 ຍອດເຊິ່ງມີຄວາມໝາຍ ຕາມຫລັກພະພຸດທະສາສະໜາໄດ້ ແກ່: ພັນທະມິດ, ການໃຫ້ອະໄພ, ຄວາມຊື່ສັດ, ການໃຫ້ກຽດ ແລະ ຄວາມຈະເລີນຮຸ່ງເຮືອງ. ຖ້າທ່ານມີ ໂອກາດຂຶ້ນໄປຮອດຍອດຂອງອານຸສາວະລີ ທ່ານກໍ່ຈະໄດ້ຊື່ນຊົມກັບທີວທັດຄວາມງາມຂອງກາງຕົວເມືອງວຽງຈັນ. ປະຕູໄຊຖືກອ້ອມຮອບໄປດ້ວຍສວນສາທາລະນະ, ສໍານັກງານຂອງລັດຖະບານ, ກະຊວງ, ສໍານັກງານອົງການສະຫະປະຊາຊາດ,ວັດທາດຝຸ່ນ ແລະ ອື່ນໆເຊິ່ງເປັນເສັ້ນທາງຫລັກທີ່ມີລັກສະນະເປັນວົງວຽນ ແລະ ເປັນເສັ້ນທາງຫລວງໃຫຍ່, ທາງດ້ານໜ້າຂອງປະຕູໄຊມີນໍ້າພຸທີ່ສວຍງາມ,ມີສວນສາທາລະນະໃຫ້ພັກຜ່ອນຢ່ອນໃຈ,ເປັນບ່ອນທີ່ຊາວວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ມັກມາພັກຜ່ອນ, ສູດອາ ກາດບໍລິສຸດແລະອອກກຳລັງກາຍ. ຫວ່າງບໍ່ດົນມານີ້,ນະຄອນຫລວງ ວຽງຈັນ ໄດ້ປະກາດວ່າຈະພັດທະ ນາແລະປັບປຸງພື້ນທີ່ກະຊວງຍຸຕິ ທໍາຫລັງເກົ່າຂ້າງປະຕູໄຊໃຫ້ເປັນ ຮູບຮ່າງໜ້າຕາໃໝ່ທີ່ສວຍງາມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍ ໃນແລະຕ່າງປະເທດ ໂດຍຈະປັບປຸງໃຫ້ສໍາເລັດພາຍໃນເດືອນກັນຍາປີ2024ນີ້.
![]()
ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກໂຍທາທິການແລະ ຂົນສົ່ງ (ຍທຂ) ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ16 ພຶດສະພາ 2024 ນີ້ວ່າ:ການສ້າງສວນສາທາລະນະປະຕູໄຊໄລຍະທີ1(ພື້ນທີ່ກະຊວງຍຸຕິທໍາຫລັງເກົ່າ), ມີເນື້ອທີ່1,5 ເຮັກຕາ ເພື່ອແນໃສ່ເຮັດໃຫ້ໃຈກາງນະຄອນຫລວງວຽງຈັນກາຍເປັນສະຖານທີ່ສາທາລະນະສີຂຽວ ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານ ແລະ ຮ້ານຂາຍ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາແລະອື່ນໆໂດຍໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ພຶດສະພານ້ີ ແລະ ຈະໃຫ້ສໍາເລັດພາຍໃນເດືອນກັນຍາ ປີ 2024. ພາຍຫລັງສ້າງສໍາເລັດແລ້ວເຊ່ືອວ່າສວນສາທາລະນະແຫ່ງນີ້ ຈະເພີ່ມສີສັນແລະສ້າງບັນຍາກາດໃໝ່ໃຫ້ນະຄອນຫລວງວຽງຈັນ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ, ທັງເປັນປີທ່ອງທ່ຽວລາວ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າ ພາບຈັດກອງປະຊຸມບັນດາເຈົ້າ ຄອງນະຄອນຫລວງອາຊຽນ.ທ່ານບຸນຍະວັດນີຣະໄຊຍ໌ໃຫ້ ຮູ້ຕື່ມວ່າ: ສວນສາທາລະນະປະຕູ ໄຊໄລຍະທີ1ແມ່ນຖືກອອກແບບ ໂດຍຄະນະທີ່ປຶກສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກພະແນກການຄ້າ ແຂວງຢຸນນານ ສປ ຈີນ ຈໍານວນ3 ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫລວງວຽງຈັນອີກຈໍານວນໜຶ່ງ, ໂດຍມີບໍລິສັດ ທີ່ປຶກສາ ແລະ ກໍ່ສ້າງແຂວງຢຸນນານສປ ຈີນ ເປັນຜູ້ດໍາເນີນການກໍ່ສ້າງຕາມຮູບແບບທີ່ໄດ້ຖືກຮັບຮອງ. ສໍາລັບການປັບປຸງຕຶກອາຄານແມ່ນໄດ້ດໍາເນີນຕາມລະບຽບການຈັດຊື້-ຈັດຈ້າງເພື່ອຄັດເລືອກເອົາບໍລິສັດພາຍໃນທີ່ມີເງື່ອນໄຂມາຈັດຕັ້ງປະຕິບັດ.
![]()
ໃນໂອກາດນີ້,ທ່ານໄດ້ຝາກມາ ຍັງສັງຄົມໃນໄລຍະທີ່ມີການກໍ່ສ້າງນ້ີ ອາດຈະເຮັດໃຫ້ການສັນຈອນໄປ-ມາ ໃນຂອບເຂດດັ່ງກ່າວມີຄວາມຫຍຸ້ງຍາກ. ປະຕູໄຊແມ່ນໜຶ່ງໃນ10 ສະຖານທີ່ທ່ອງທ່ຽວຍອດນິຍົມໃນນະຄອນຫລວງວຽງຈັນລວມມີວັດ ສີສະເກດ, ພະທາດຫລວງ, ວັດສີເມືອງ, ຫໍພະແກ້ວ, ວັດຊຽງຄວັນ, ອັດອົງຕື້, ວັດທົ່ງທາດ, ວັດໜອງ ຄໍາແສນ, ວັດປ່າເລໄລແລະອື່ນໆ
ໂດຍ:ເຂົ້າຈານນໍ້າ
