ກອງປະຊຸມ ປຶກສາຫາລື ວິໄສທັດປະຊາຄົມອາຊຽນ ຫລັງປີ 2025

01/03/2024 14:43
Email Print 83
KPL - Asean 2024 ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດ ປະຊາຄົມອາຊຽນ ຫລັງປີ 2025 ຄັ້ງທີ 13 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ ຜູ້ຊົງຄຸນວຸດທິຂອງ ສປປ ລາວ ໃນໜ່ວຍງານ ເພາະກິດຂັ້ນສູງ ເພື່ອຮ່າງວິໄສທັດປະຊາຄົມ ອາຊຽນ ຫລັງປີ 2025

ຂປລ. ໃນວັນທີ 27-29 ກຸມພາ 2024, ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດ ປະຊາຄົມອາຊຽນ ຫລັງປີ 2025 ຄັ້ງທີ 13 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ ຜູ້ຊົງຄຸນວຸດທິຂອງ ສປປ ລາວ ໃນໜ່ວຍງານ ເພາະກິດຂັ້ນສູງ ເພື່ອຮ່າງວິໄສທັດປະຊາຄົມ ອາຊຽນ ຫລັງປີ 2025 ແລະ ທ່ານ ດາໂຕ ຊາຍນູດິນ ບິນ ຢາຢາ ຜູ້ຊົງຄຸນວຸດທິຂອງ ມາເລເຊຍ ໂດຍມີຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າຂັ້ນສູງ ແລະ ຄະນະ ຜູ້ແທນ ຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍ-ເລສະເຕ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທໍາອິດຂອງຄະນະສະເພາະກິດລະດັບສູງ ທີ່ຈັດຂຶ້ນ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ເພື່ອປຶກສາຫາລືຮ່າງແຜນຍຸດທະສາດ ສໍາລັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເຊິ່ງເປັນໜຶ່ງໃນແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ ຫລັງປີ 2045.

ການຮ່າງແຜນຍຸດທະສາດດັ່ງກ່າວ, ແມ່ນໜຶ່ງໃນຂົງເຂດບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ວິໄສທັດປະຊາຄົມອາຊຽນ ຫລັງປີ 2045 ຈະເປັນວິໄສທັດເພື່ອສືບຕໍ່ ວິໄສທັດປະຊາຄົມອາຊຽນ 2025.

ຂ່າວ-ພາບ: ກຕທ

 

KPL