ເລື່ອງລາວ ຂອງ ທ່ານ ສີ ຈິ້ນຜິງ ກ່ຽວກັບການຮ້ອງຂໍເຂົ້າເປັນສະມາຊິກພັກ

03/07/2025 17:40
Email Print 83
KPL - Asean 2024 ປີ​ນີ້ ​ເປັນ​ປີ ​ທີ່​ພັກ​ກອມ​ມູ​ນິດ​ຈີນ ​ສ້າງ​ຕັ້​ງ​ຂຶ້ນ​ ຄົບ​ຮອບ 104 ປີ (ວັນ​ທີ 1 ກໍ​ລະ​ກົດ​1921- ວັນ​ທີ 1 ກໍ​ລະ​ກົດ2025) ຢູ່​ໃນຫໍວາງສະແດງ ປະຫວັດສາດ ພັກກອມມູນິດຈີນ ທີ່ນະຄອນຫລວງປັກກິ່ງ ມີ​ວັດ​ຖຸ​ພັນ​ອັນ​ໜຶ່ງ ​ທີ່​ມີ​ຄວາມ​ໝາຍພິ​ເສດ ​ຄື ເອ​ກະ​ສານ​ ກ່ຽວ​ກັບ ​ຄະ​ນະ​ກຳ​ມະ​ການ ​ປະ​ຕິ​ວັດ ​ສະ​ຫ​ະ​ກອນ​ ເວີນ​ອ່ານ​ຢີ້​ເມືອງ​ຢຽນ​ຊວນ ​ແຂວງ​ສ້ານ​ຊີ​ຈີນ​ ອະ​ນຸ​ມັດ ​ທ່ານ ​ສີ​ ຈິ້ນ​ຜິງ ​ເຂົ້າ​ເປັນ​ສະ​ມ​າ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ​ຢ່າງ​ເປັນ​ທາງ​ການ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ປີ​ນີ້ ​ເປັນ​ປີ ​ທີ່​ພັກ​ກອມ​ມູ​ນິດ​ຈີນ ​ສ້າງ​ຕັ້​ງ​ຂຶ້ນ​ ຄົບ​ຮອບ 104 ປີ (ວັນ​ທີ 1 ກໍ​ລະ​ກົດ​1921- ວັນ​ທີ 1 ກໍ​ລະ​ກົດ2025) ຢູ່​ໃນຫໍວາງສະແດງ ປະຫວັດສາດ ພັກກອມມູນິດຈີນ ທີ່ນະຄອນຫລວງປັກກິ່ງ ມີ​ວັດ​ຖຸ​ພັນ​ອັນ​ໜຶ່ງ ​ທີ່​ມີ​ຄວາມ​ໝາຍພິ​ເສດ ​ຄື ເອ​ກະ​ສານ​ ກ່ຽວ​ກັບ ​ຄະ​ນະ​ກຳ​ມະ​ການ ​ປະ​ຕິ​ວັດ ​ສະ​ຫ​ະ​ກອນ​ ເວີນ​ອ່ານ​ຢີ້​ເມືອງ​ຢຽນ​ຊວນ ​ແຂວງ​ສ້ານ​ຊີ​ຈີນ​ ອະ​ນຸ​ມັດ ​ທ່ານ ​ສີ​ ຈິ້ນ​ຜິງ ​ເຂົ້າ​ເປັນ​ສະ​ມ​າ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ​ຢ່າງ​ເປັນ​ທາງ​ການ ໂດຍລົງ​ວັນ​ທີ 10 ມັງ​ກອນ 1974. ປີ1969, ທ່ານ​ ສີ​ ຈິ້ນ​ຜິງ​ ທີ່​ມີ​ອາ​ຍຸ ​ບໍ່​ຮອດ16ປີ ໄດ້​ເດີນ​ທາງ​ໄປ​ລົງ​ພື້ນ​ຖານ ​ຢູ່​ບ້ານ​ຫລ​ຽງ​ເຈ່ຍ​ເຫີ ເມືອງຢ​ຽນ​ຊວນ ແຂວງ​ສ້ານ​ຊີ ທີ່​ຕັ້ງ​ຢູ່​​ພູ​ພຽງ​ດິນ​ເຫຼືອງ, ໃນ​ໄລ​ຍະ​ໃຊ້​ຊີ​ວິດ ​ເປັນ​ຊາວ​ກະ​ສິ​ກອນ ​ຢູ່​ບ້ານ​ດັ່ງ​ກ່າວ, ເພິ່ນ​ມີ​ຄວາມ​ຫ້າວ​ຫັ້ນ ​ພັດ​ທະ​ນາ​ຕົນ​ເອງ ​ໃນ​ດ້ານ​ແນວ​ຄິດ, ສະ​ແຫວງ​ຫາ​ ຄວາມ​ກ້​າວ​ໜ້າ ​ຢ່າງ​ໝົດ​ຈິດ​ໝົດ​ໃຈ, ພ້ອມ​ທັງ​ ໄດ້​ຍື່ນ​ໃບ​ຄຳ​ຮອງ ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ ຕໍ່​ການ​ຈັດ​ຕັ້ງ​ພັກຫລາຍ​ເທື່ອ. ແຕ່​ວ່າ​ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ສະ​ພາບ​ແວດ​ລ້ອມ ​ດ້ານ​ການ​ເມືອງ​ອັນ​ສັບ​ສົນ ​ແລະ ​ປັດ​ໄຈ​ສະ​ຖາ​ນະ​ພາບ​ ດ້ານ​ຄອບ​ຄົວ ​ໃນ​ເວ​ລາ​ນັ້ນ, ຂະ​ບວນ​ການ ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ຂອງ​ທ່ານ ​ສີ ​ຈິ້ນ​ຜິງ​ ແມ່ນ​ເຕັມ​ໄປ​ດ້ວຍ ​ອຸ​ປະ​ສັກ​ຕ່າງໆ​ນາໆ, ແຕ່​ເພິ່ນ​ບໍ່​ເຄີຍ​ປະ​ຖິ້ມ ​ຈັກ​ເທື່ອ. ໃນ​ທີ່​ສຸດ, ໃນ​ເດືອນ​ມັງ​ກອນ​ປີ1974, ພາຍ​ຫລັງ ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ 10 ສະ​ບັບ​ ຕາມ​ລຳ​ດັບ​ແລ້ວ, ຄະ​ນະ​ພັກ​ສະ​ຫະ​ກອນເວີນ​ອ່ານ​ຢີ້​ເມືອງ​ຢຽນ​ຊວນ​ໄດ້​ອະ​ນຸ​ມັດ​ຮັບ​ຮອງ​ເອົາ ​ທ່ານ​ ສີ ​ຈິ້ນ​ຜິງ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ. ເດືອນ​ດຽວ​ກັນ, ທ່ານ​ ສີ ​ຈິ້ນ​ຜິງ​ ທີ່​ມີ​ອາ​ຍຸ20ປີ​ປາຍ​ໄດ້​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ຫລຽງ​ເຈ່ຍ​ເຫີ. ພາຍ​ຫລັງ ​ຂຶ້ນ​ເປັນ​ເລ​ຂາ​ໜ່ວຍ​ພັກ ​ບ້ານ​ຫລຽງ​ເຈ່ຍ​ເຫີແລ້ວ, ທ່ານ ​ສີ ​ຈິ້ນ​ຜິງ​ ໄດ້​ນຳ​ພາ ​ສ້າງ​ສາ​ບ້ານ​ດັ່ງ​ກ່າວ​ ໃຫ້​ມີ​​ໜ້າ​ໃໝ່. ພາຍ​ໃນ​ເວ​ລາ​ບໍ່​ຮອດສອງ​ປີ, ນອກ​ຈາກ​ພັດ​ທະ​ນາ ​ແກັ​ສ​ຊີ​ວະ​ພາບ, ຂຸດ​ນ້ຳ​ສ້າງ​ແລ້ວ, ເພິ່ນ​ຍັງ​ໄດ້​ນຳ​ພາ​ຊາວ​ບ້ານ​ສ້າງ​ສະ​ຫະ​ກອນ​ຕີ​ເຫລັກ, ສະ​ຫະ​ກອນ​ຕັດ​ຫຍິບ, ເປີດ​ຮ້ານຄ້າ​ຕົວ​ແທນ​ຈຳ​ໜ່າຍ​ທີ່​ລັດ​ເປັນ​ຜູ້​ຄຸ້ມ​ຄອງ, ສ້າງເຂື່ອນກັ້ນດິນເພື່ອປູກຝັງແລະ​ອື່ນໆ. ທ່ານ ​ອູ​ຫຸ່ຍ ຊາວ​ບ້ານ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ ໃຫ້​ຮູ້​ວ່າ: “ຫຼັງ​ຈາກ​ ຈິ້ນ​ຜິງ ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ແລ້ວ, ເພິ່ນ​ໄດ້​ເຮັດ​ໃຫ້​ວຽກ​ຕົວ​ຈິງ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ບ້ານ, ຕອນ​ນັ້ນ ເພິ່ນ​ໄດ້​ນຳ​ພາ​ຊາວ​ບ້ານ​ເຮັດ​ໃນ​ຫລາຍ​ສິ່ງ​ ຫລາຍ​ຢ່າງ ຈົນ​ມາ​ເຖິງ​ທຸກ​ມື້​ນີ້ ເວ​ລາ​ຜ່ານ​ໄປ 40ກວ່າ​ປີ​ແລ້ວ,ຍັງ​ເສີມ​ຂະ​ຫຍາຍ ​ບົດ​ບາດ ​ນຳ​ຜົນ​ປະ​ໂຫຍດ ​ມາ​ໃຫ້​ຊາວ​ບ້ານ​ຢູ່​ຄື​ເກົ່າ. ຖ້າ​ວ່າ ທ່ານ ສີ ຈິ້ນ​ຜິງ ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ​ໃນ​ການຕັ້ງ​ຫລັກ​ປັກ​ຖານ​ຢູ່​ຊົນ​ນະ​ບົດ, ບໍ່​ມີ​ອຸ​ດົມ​ການ​ເຮັດ​ວຽກ​ ທີ່​ເປັນ​ປະ​ໂຫຍດ ​ຕໍ່​ປະ​ຊາ​ຊົນ, ມັນ​ບໍ່​ອາດ​ເປັນ​ໄປ​ໄດ້ ​ທີ່​ຈະ​ເຮັດ​ໄດ້​ສິ່ງ​ທີ່​ດີ​ຫລາຍ​ປານ​ນັ້ນ ແລະ ​ບໍ່​ອາດ​ຈະ​ຢູ່​ຊົນ​ນະ​ບົດ ​ໄດ້​ດົນ​ປານ​ນັ້ນ.”ເນື້ອ​ໃນບາງ​ຕອນ​ ຂອງ​ບົດ​ຫວນ​ຄືນ​ຫລັງ ​ຂອງ ​ທ່ານ ​ສີ ​ຈິ້ນ​ຜິງ ທີ່​ມີ​ຫົວ​ຂໍ້​ວ່າ “​ຂ້າ​ພະ​ເຈົ້າ​ເປັນ​ລູກ​ຂອງ​ເຂດ​​ພູ​ພຽງ​ດິນ​ເຫລືອງ” ​​ໄດ້​ເລົ່າ​ເຖິງປະ​ສົບ​ການ​ດັ່ງ​ກ່າວ​ເປັນ​ການ​ສະ​ເພາະ ພ້ອມ​ທັງ​ໄດ້​ຂຽນ​ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ວ່າ: “​ຮັກ​ປະ​ຊາ​ຊົນ​ຄື​ກັບ​ຮັກ​ພໍ່​ແມ່​ຂອງ​ຕົນ​”.ວັນ​ທີ 13 ກຸມ​ພາ 2015, ກ່ອນ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ກັບ​ເມືອ​ຮອດ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ເພື່ອ​ຢາມ​ພີ່​ນ້ອງ​ປະ​ຊາ​ຊົນ ​​ຢູ່​ສະ​ຖານ​ທີ່​ແຫ່ງ​ນັ້ນ. ເພິ່ນ​ໄດ້​ຫວນ​ຄືນ​​ຫຼັງວັນ​ເວ​ລາ​ລົງ​ຮາກ​ຖານ ​ຢູ່​ບ້ານ​ແຫ່ງ​ນີ້ ​ໃນ​ຖາ​ນະ​ເປັນ​ໄວ​ໜຸ່ມ ​ປັນ​ຍາ​ຊົນ​ເປັນ​ເວ​ລາ 7 ປີ​ຢ່າງ​ດູດ​ດື່ມ ​ແລະເວົ້າ​ດ້ວຍ​ຄວາມ​ປະ​ທັບ​ໃຈ​​ວ່າ: “ບາດ​ກ້າວ​ທຳ​ອິດ​ໃນ​ຊີ​ວິດ ​ຂ້າ​ພະ​ເຈົ້າ ​ກໍ​ແມ່ນ​ເລີ່ມ​ຈາກ​ບ້ານ​ຫລຽງ​ເຈ່ຍ​ເຫີ​​ ຂອງພວກ​ເຮົາ, ​ໄດ້​ເລືອກ​ເສັ້ນ​ທາງ​ຂອງ​ຕົນ​ຢູ່ທີ່​ແຫ່ງ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ຕັ້ງ​ແຕ່​ຕອນ​ນັ້ນ​ວ່າ: ໃນ​ຕໍ່​ໜ້າ, ຫາກ​ມີ​ເງື່ອນ​ໄຂ​ມີໂອ​ກາດ, ຂ້າ​ພະ​ເຈົ້າ​ຕ້ອງລົງ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​,ຕ້ອງ​ເຮັດ​ວຽກ​ຈຳ​ນວນ​ໜຶ່ງ​ເພື່ອຜົນປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.​” ຖື​ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ທຸກ​ຢ່າງ, ​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຢ່າງ​ໝັ້ນ​ໜຽວ ​ບໍ່​ປ່ຽນ​ແປງ. ຈາກ​ທ້ອງ​ຖິ່ນ​ຮອດ​ສູນ​ກາງ, ຈາກ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ ຮອດ​ການ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ທ່ານ ​ສີ ​ຈິ້ນ​ຜິງ​ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ ຕາມ​ອຸ​ດົມ​ການ ​ແຕ່​ຫົວ​ທີ​ ແລະ​​ ຄຳ​ໝັ້ນ​ສັນ​ຍາ​ຄື ເຮັດ​ໃຫ້​ປະ​ຊາ​ຊົນ​ ມີ​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ນັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ./.

(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL