ມາເລເຊຍ ຕັ້ງເປົ້າໝາຍດຶງດູດຜູ້ຜະລິດລົດໄຟຟ້າໃຫ້ເພີ່ມຂຶ້ນ
Email
Print
83

KPL - Asean 2024
ມາເລເຊຍ ຕັ້ງເປົ້າ ໝາຍ ດຶງດູດ ກຸ່ມຜູ້ຜະລິດ ລົດໄຟຟ້າ (EV) ເພີ່ມຫລາຍຂື້ນ ທ່າມກາງຄວາມ ຕັ້ງໃຈ ຜັນຂະຫຍາຍ ເປັນສູນກາງ ລະດັບ ພາກພື້ນ ຂອງສະມາຄົມ ປະຊາຊາດ ແຫ່ງ ອາຊີ ຕາເວັນອອກ ສຽງໃຕ້ ຫລື ອາຊຽນ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຕັງກູ ຊາຟຣຸລ ອັບດູລ ອາຊິສ ລັດຖະມົນຕີ ກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳ ຂອງມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ຕັ້ງເປົ້າ ໝາຍ ດຶງດູດ ກຸ່ມຜູ້ຜະລິດ ລົດໄຟຟ້າ (EV) ເພີ່ມຫລາຍຂື້ນ ທ່າມກາງຄວາມ ຕັ້ງໃຈ ຜັນຂະຫຍາຍ ເປັນສູນກາງ ລະດັບ ພາກພື້ນ ຂອງສະມາຄົມ ປະຊາຊາດ ແຫ່ງ ອາຊີ ຕາເວັນອອກ ສຽງໃຕ້ ຫລື ອາຊຽນ.
ທ່ານ ເຕັງກູ ຊາຟຣຸລ ອັບດູລ ອາຊິສ ກ່າວວ່າ: ມາເລເຊຍ ມີເງື່ອນໄຂ ອັນຊຸກຍູ້ ຄວາມພະຍາຍາມ ເປັນສູນກາງ ລະດັບ ພາກພື້ນ ຂອງກຸ່ມບໍລິສັດ ຂ້າມປະເທດ ຜູ້ຜະລິດ ຍານພາຫະນະ ໄຟຟ້າ .ນອກຈາກນີ້ ຕະຫລາດ ຍານພາຫະນະ ໄຟຟ້າ ຂອງພາກພື້ນ ຄາດວ່າ ຈະເຕີບໂຕ ດ້ວຍອັດຕາ ຕໍ່ໄປປະມານ 33% ຈາກປະມານ 500 ລ້ານໂດລາ ສະຫະລັດ ໃນປີ 2021 ມາຢູ່ທີ 2,7 ຕື້ໂດລາ ສະຫະລັດ ພາຍໃນປີ 2027./.