ສສ ຫວຽດນາມ ເລັ່ງສົ່ງແຮງງານໄປຕ່າງປະເທດ ຫລາຍກວ່າ 125.000 ຄົນ ໃນປີນີ້

21/02/2024 22:03
Email Print 83
KPL - Asean 2024 ສສ ຫວຽດນາມ ຕັ້ງເປົ້າ ສົ່ງແຮງງານ ໄປເຮັດວຽກ ໃນຕ່າງປະເທດ ພາຍໃຕ້ ສັນຍາ 125.000 ຄົນ ​ໃນ​ປີ 2024

ຂປລ.ສື່ທາງການ ຫວຽດນາມ, ອ້າງອີງ ກະຊວງ ແຮງງານ, ຄົນ​ພິການ ​ແລະ ສັງຄົມ​ ຫວຽດນາມ ລາຍງາຍວ່າ:  ສສ ຫວຽດນາມ ຕັ້ງເປົ້າ ສົ່ງແຮງງານ ໄປເຮັດວຽກ ໃນຕ່າງປະເທດ ພາຍໃຕ້ ສັນຍາ  125.000ຄົນ​ໃນ​ປີ 2024, ​ໂດຍຈະຈັດສົ່ງ ແຮງງານ ໄປຕະຫລາດ ​ຍີ່ປຸ່ນ ຈຳນວນ 63.000ຄົນ, ​ເຂດບໍລິຫານ ພິເສດ ໄຕ້​ຫວັນ ຂອງ ສປ ຈີນ ຈຳນວນ 48.000 ​ແລະ ສ.​ເກົາຫລີ ຈຳນວນ 8.500 ຄົນ.ໃນປີ2023 ສສ ຫວຽດນາມ ສົ່ງແຮງງານ ໄປຕ່າງປະເທດ ພາຍໃຕ້ ສັນຍາ ລະດັບ ສູງສຸດ 155.000ຄົນ.ປັດຈຸບັນ ມີແຮງງານ ຫວຽດນາມ ປະມານ 650.000ຄົນ ໄປເຮັດວຽກ ໃນ 40ປະເທດ ແລະ ເຂດແຄ້ວນ ທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL