ມຽນມາ ສົ່ງອອກເຂົ້າໃນໄຕມາດທໍາອິດຫລຸດລົງ

06/07/2026 20:22
Email Print 83
KPL - Asean 2024 ສະຫະພັນເຂົ້າມຽນມາ (Myanmar Rice Federation) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ມຽນມາ ສົ່ງອອກເຂົ້າ ແລະ ເຂົ້າຫັກ ລວມທັງໝົດ 529,534 ໂຕນ ໃນໄລຍະ3 ເດືອນ ທໍາອິດ ຂອງສົກປີງົບປະມານ 2026-2027ເຊິ່ງເລີ່ມຕົ້ນໃນເດືອນເມສາ ທີ່ຜ່ານມາ.

ຂປລ. ອີງຕາມສຳນັກຂ່າວ ອິນໂຟເຄວສ, ສະຫະພັນເຂົ້າມຽນມາ (Myanmar Rice Federation) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ມຽນມາ ສົ່ງອອກເຂົ້າ ແລະ ເຂົ້າຫັກ ລວມທັງໝົດ 529,534 ໂຕນ ໃນໄລຍະ3 ເດືອນ ທໍາອິດ ຂອງສົກປີງົບປະມານ 2026-2027ເຊິ່ງເລີ່ມຕົ້ນໃນເດືອນເມສາ ທີ່ຜ່ານມາ.

ການສົ່ງອອກ ໃນໄລຍະເວລາດັ່ງກ່າວ ສາມາດສ້າງລາຍຮັບໃຫ້ມຽນມາ ໄດ້ປະມານ 167 ລ້ານໂດລາສະຫະລັດ.ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກສະຫະພັນລະບຸວ່າ: ປະລິມານ ການສົ່ງອອກ ເຂົ້າໃນໄລຍະ3 ເດືອນທໍາອິດ ຂອງສົກປີງົບປະມານ ປັດຈຸບັນແມ່ນມີທ່າອ່ຽງ ຫລຸດລົງ ເມື່ອທຽບໃສ່ກັບ ໄລຍະເວລາດຽວກັນ ຂອງສົກປີງົບປະມານ ກ່ອນໜ້ານີ້ ເຊິ່ງເຄີຍມີຍອດ ການສົ່ງອອກຫລາຍກວ່າ 600.000 ໂຕນ./.

KPL