ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ
Email
Print
83
KPL - Asean 2024
ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.
ການປະກາດແຕ່ງຕັ້ງດັ່ງກ່າວ, ອີງຕາມແຈ້ງການຄະນະຈັດຕັ້ງ ສູນກາງພັກ ເລກທີ 1514/ຄຈສພ, ລົງວັນທີ 18/08/2026 ວ່າດ້ວຍ ການແຕ່ງພະນັກງານການນໍາຂັ້ນ ສູງຮັບໜ້າທີ່ໃໝ່; ອີງຕາມລັດຖະ ທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2025 ) ເລກທີ 77/ສພຊ, ລົງວັນທີ 20 ມີນາ 2025, ມາດຕາ 54 ແລະ ມາດຕາ 56; ອີງຕາມກົດໝາຍວ່າດ້ວຍ ສະພາແຫ່ງຊາດ (ສະບັບປັບປຸງ) ເລກທີ 56/ສພຊ, ລົງວັນທີ 28 ມິຖຸນາ 2024, ມາດຕາ 12, ມາດຕາ 34, ມາດຕາ 40 ແລະ ມາດຕາ 54 ແລະ ອີງຕາມມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 181/ ຄລສພ, ລົງວັນທີ 18 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງຮັກສາການ ແທນເລຂາຄະນະບໍລິຫານງານພັກ ສະພາແຫ່ງຊາດ.
