ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດ

23/08/2026 15:36
Email Print 83
KPL - Asean 2024 ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ.

 ລັດວິສາຫະກິດໄຟຟ້າລາວ ຍັງມີຫລາຍໜ້າວຽກທີ່ຈຳເປັນເລັ່ງ ດ່ວນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ຕາມໜ້າວຽກຈຸດສຸມທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມປະຈຳປີ 2025 ຂອງໄຟຟ້າລາວ ເພື່ອສຸມໃສ່ສືບຕໍ່ ດຳເນີນການໃນ 6 ເດືອນທ້າຍປີ ມີ ຜົນສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະເນັ້ນໃສ່ການດໍາເນີນ ໜ້າວຽກສໍາຄັນເລັ່ງດ່ວນເປັນຕົ້ນ ສືບຕໍ່ຕິດຕາມຊຸກຍູ້ແຜນພັດທະນາ ໂຄງການພະລັງງານໄຟຟ້າແສງຕາ ເວັນຂະໜາດໃຫຍ່ ແລະ ຂະໜາດ ນ້ອຍທີ່ເປັນແຜນບຸລິມະສິດເລັ່ງ ດ່ວນ ປີ 2025-2027 ໂດຍປະ ເມີນຄືນການປະຕິບັດໂຄງການ ໃຫ້ພັດທະນາໄປຕາມແຜນກຳນົດ ແລະ ຄົ້ນຄວ້າແຈ້ງຍົກເລີກກໍລະນີ ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ບໍ່ມີຄວາມພ້ອມດຳເນີນການ ເພື່ອ ສັນຫາຜູ້ພັດທະນາໃໝ່ທີ່ມີຄວາມ ພ້ອມມາສືບຕໍ່ໂຄງການໃຫ້ສຳເລັດ ຕາມແຜນເລັ່ງດ່ວນ; ສືບຕໍ່ເຮັດວຽກຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ EDL-T ໃນ ການພັດທະນາໂຄງການສາຍສົ່ງ ເຊື່ອມພາຍໃນ 3 ຊ່ວງ (ສາຍສົ່ງ 230 kV ປາກມອງ-ນາເພຍ, ນາ ເພຍ-ທ່າວຽງ ແລະ ຫລັກ20- ມະຫາໄຊ) ເພື່ອຮອງຮັບເອົາພະລັງ ງານຈາກເຂື່ອນໄຟຟ້ານໍ້າງື່ມ 3 ແລະ ຮັບປະກັນການສະໜອງໄຟ ໃຫ້ພາຍໃນມີຄວາມໝັ້ນຄົງໃຫ້ສຳ ເລັດຕາມແຜນ. ສືບຕໍ່ເຮັດວຽກກັບກະຊວງທີ່ ກ່ຽວຂ້ອງ ເພື່ອຄົ້ນຄວ້າລະບຽບ ການກ່ຽວກັບການອະນຸຍາດໃຫ້ບັນ ດານິຄົມອຸດສາຫະກຳ, ເຂດເສດ ຖະກິດພິເສດຜະລິດພະລັງງານ ໄຟຟ້າຊົມໃຊ້ເອງ ໂດຍເອົາລະບົບ ໄຟຟ້າຂອງໄຟຟ້າລາວ ເປັນພະລັງ ງານສຳຮອງຕາມແນວທາງນະ ໂຍບາຍຂອງລັດຖະບານ; ສືບຕໍ່ ຕິດຕາມຫາງສຽງຂອງສັງຄົມ ເພື່ອອະທິບາຍຊີ້ແຈງຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງໂຄງສ້າງລາ ຄາໄຟຟ້າແຕ່ລະໄລຍະຜ່ານສື່ອອນ ລາຍຕ່າງໆ. ພ້ອມນັ້ນ, ຈະສືບຕໍ່ລົງ ເຜີຍແຜ່ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງ ໄຟຟ້າລາວ ຕິດພັນກັບການປັບປຸງ ໂຄງສ້າງລາຄາໄຟຟ້າ ປີ 2025- 2029 ຮ່ວມກັບອົງການປົກຄອງ ຂອງແຂວງທົ່ວປະເທດ; ປັບປຸງລະ ບົບສົ່ງ 115 kV ແລະ ຍົກລະດັບໝໍ້ ແປງຢູ່ບັນດາສະຖານີໄຟຟ້າຂອງ ໄຟຟ້າລາວ ໃນຂອບເຂດທົ່ວປະເທດ ໂດຍສະເພາະໃນຂົງເຂດທີ່ມີແຜນ ຄວາມຕ້ອງການຊົມໃຊ້ໄຟຫລາຍ ເພື່ອປັບປຸງລະບົບໄຟຟ້າໃຫ້ສາມາດ ສະໜອງພະລັງງານໃຫ້ພຽງພໍກັບ ແຜນຄວາມຕ້ອງການແຕ່ລະໄລຍະ ແລະ ລະບົບມີຄວາມໝັ້ນຄົງ. ສືບຕໍ່ສູ້ຊົນໃຫ້ສາມາດຫລຸດຜ່ອນ ພະລັງງານຕົກເຮ່ຍ ໃນປີ 2026 ພາກລະບົບຈໍາໜ່າຍ ໃຫ້ໄດ້ 8,77%, ພາກລະບົບສົ່ງ ໃຫ້ໄດ້ 3,33%, ໝົດ ລະບົບ ໃຫ້ໄດ້ 6,50%; ສຸມໃສ່ຫລຸດ ຜ່ອນລາຍຈ່າຍບໍລິຫານທີ່ບໍ່ຈໍາເປັນ, ນໍາໃຊ້ງົບປະມານໃຫ້ມີຄວາມຮັດ ກຸມ, ມີປະສິດທິຜົນ ແລະ ສາມາດ ກວດສອບໄດ້ ແລະ ຄົ້ນຄວ້າທ່າ ແຮງປິ່ນອ້ອມຕ່າງໆຂອງໄຟຟ້າ ລາວ ໃນການຮ່ວມທຸລະກິດກັບພາກ ສ່ວນພາຍນອກ ເພື່ອສ້າງລາຍຮັບ ເພີ່ມ; ສົມທົບກັບຄະນະກໍາມະການ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າຂັ້ນ ສູນກາງໃນການທົບທວນ ແລະ ປະ ເມີນຄືນການປັບຂຶ້ນລາຄາໄຟຟ້າ ເພື່ອຊີ້ແຈງຕໍ່ສັງຄົມ ແລະ ລັດຖະ ບານ ເປັນແຕ່ລະໄລຍະ; ສຸມໃສ່ເລັ່ງ ການພັດທະນາໂຄງການໝໍ້ນັບໄຟ ທັນສະໄໝ (Smart Meter) ໃຫ້ ນໍາໃຊ້ໃນນະຄອນຫລວງວຽງຈັນ ແລະ ສືບຕໍ່ຂະຫຍາຍໄປຍັງຕົວ ເມືອງໃຫຍ່ ຢູ່ໃນ 5 ແຂວງໃຫຍ່ (ແຂວງວຽງຈັນ, ຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ); ສືບຕໍ່ສຸມໃສ່ວຽກງານ ປະຕິຮູບ ຕາມການຮັບຮອງຂອງ ລັດຖະບານ 6 ກຸ່ມວຽກ 34 ແຜນ ງາແຜນກຳນົດແຕ່ລະໄລຍະ ໂດຍ ສະເພາະບັນດາໜ້າວຽກທີ່ສຳຄັນ ເລັ່ງດ່ວນໃຫ້ສຳເລັດພາຍໃນທ້າຍ ປີ 2026. ຂ່າວ: ກິດຕາ

KPL