ເປີດໂຕໂລໂກ ສະຫລອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ

06/07/2026 10:20
Email Print 83
KPL - Asean 2024 ສປປ ລາວ ແລະ ມາເລເຊຍ ໄດ້ຈັດພິທີເປີດໂຕໂລໂກ ການສະຫລອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ຢ່າງເປັນທາງການ (ວັນທີ 1 ກໍລະກົດ 1966-2026) ໃນວັນທີ 3 ກໍລະ ກົດ 2026 ນະຄອນຫລວງວຽງຈັນ.

        ຂປລ.   ໂດຍການເຂົ້າຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງມາເລເຊຍ ປະຈຳ ສປປ ລາວ, ມີທູຕານຸທູດ ແລະ ຜູ້ແທນຈາກອົງການສາກົນເຂົ້າຮ່ວມ.

       ໃນພິທີດັ່ງກ່າວ, ທ່ານ ໄມທອງ ທຳມະວົງສາ ໄດ້ກ່າວວ່າ: ລາວ ແລະ ມາເລເຊຍ ໄດ້ສ້າງສາຍພົວພັນອັນເຂັ້ມແຂງ ຕະຫລອດ 6 ທົດສະວັດຜ່ານມາ ບົນພື້ນຖານຂອງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບເຊິ່ງກັນ ແລະ ການຮ່ວມມືອັນເປັນໝາກຜົນ, ນັບແຕ່ສອງປະເທດ ສ້າງຄວາມສຳພັນທາງການທູດ ໃນປີ 1966 ທັງສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ພາກພື້ນ ແລະ ສາກົນເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງປະເທດ, ພ້ອມທັງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ໂລໂກ້ຄົບຮອບ 60 ປີ ເປັນສັນຍະລັກແຫ່ງມິດຕະພາບອັນຍືນຍົງ ລະຫວ່າງ ປະຊາຊົນລາວ ແລະ ມາເລເຊຍ, ທັງສະທ້ອນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄວາມມຸ່ງຫວັງຮ່ວມກັນສຳລັບອະນາຄົດ, ສະທ້ອນເຖິງຜົນສຳເລັດຕ່າງໆ ໃນໄລຍະ 60 ປີຜ່ານມາ ແລະ ຄວາມມຸ່ງໝັ້ນຂອງສອງປະເທດ ໃນການຍົກລະດັບການຮ່ວມມື ໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການເຊື່ອມໂຍງ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

     ລາວ ແລະ ມາເລເຊຍ ໄດ້ສ້າງສາຍພົວພັນອັນເຂັ້ມແຂງຕະຫລອດ 6 ທົດສະວັດຜ່ານມາ ບົນພື້ນຖານຂອງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບເຊິ່ງກັນ ແລະ ກັນການຮ່ວມມືອັນເປັນໝາກຜົນ, ນັບແຕ່ສອງປະເທດສ້າງຄວາມສຳພັນທາງການທູດ ໃນປີ 1966 ທັງສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ພາກພື້ນ ແລະ ສາກົນ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງປະເທດ ພ້ອມທັງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ໂລໂກຄົບຮອບດັ່ງກ່າວ ເປັນສັນຍະລັກແຫ່ງມິດຕະພາບອັນຍືນຍົງລະຫວ່າງປະຊາຊົນລາວ ແລະ ມາເລເຊຍ ພ້ອມສະທ້ອນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄວາມມຸ່ງຫວັງຮ່ວມກັນສຳລັບອະນາຄົດ, ໃນດ້ານການລົງທຶນ, ມາເລເຊຍຈັດຢູ່ອັນດັບ 4 ໃນບັນດານັກລົງທຶນຕ່າງປະເທດໃນ ສປປ ລາວ ໂດຍມີມູນຄ່າການລົງທຶນລວມປະມານ 946 ລ້ານໂດລາສະຫະລັດ. ຂະນະດຽວກັນ, ມູນຄ່າການຄ້າສອງຝ່າຍ ກໍໄດ້ເພີ່ມຂຶ້ນໃນປີຜ່ານມາ ມາຢູ່ທີ່ຫລາຍກວ່າ 65 ລ້ານໂດລາສະຫະລັດຈາກປະມານ 43 ລ້ານໂດລາສະຫະລັດ ໃນປີ 2024, ການຮ່ວມມືດ້ານເສດຖະກິດລະຫວ່າງລາວ ແລະ ມາເລເຊຍໄດ້ສ້າງໂອກາດການຈ້າງງານໃຫ້ແກ່ປະຊາຊົນລາວ ແລະ ມີສ່ວນສຳຄັນຕໍ່ການພັດທະນາສັງຄົມ-ເສດຖະກິດຂອງ ສປປ ລາວ. ປີ 2026 ຈະເປັນໂອກາດສຳຄັນສຳລັບສອງປະເທດ ໃນການຈັດກິດຈະກຳສະຫລອງຄົບຮອບ 60 ປີ ຜ່ານກິດຈະກຳຕ່າງໆ ລວມທັງການແລກປ່ຽນສານອວຍພອນລະຫວ່າງຜູ້ນຳ, ການຢ້ຽມຢາມລະດັບສູງ ແລະ ການພົບປະສອງຝ່າຍ, ໃນເດືອນພຶດສະພາ ປີນີ້ ທ່ານ ສອນໄຊ ສີພັນດອນ ໄດ້ພົບປະກັບ ທ່ານ ອານວາ ອິບຣາ ຮິມ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ເມືອງເຊບູ ປະເທດຟີລິບປິນ ໂດຍທັງສອງຝ່າຍໄດ້ຢືນຢັນຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມສ້າງການຮ່ວມມືສອງຝ່າຍ ແລະ ຮັກສາການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນກອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍລວມທັງໃນຂອບອາຊຽນ. 

       ທ່ານ ແອດີ ເອຍວານ ມາຣມຸດ ໄດ້ກ່າວວ່າ: ໂລໂກຄົບຮອບ 60 ປີ ທີ່ໄດ້ເປີດໂຕໃນງານ ເປັນສັນຍະລັກຂອງຄວາມສຳພັນອັນຍາວນານລະຫວ່າງສອງປະເທດ ຊຶ່ງສະທ້ອນເຖິງປະຫວັດສາດຮ່ວມກັນ, ການຮ່ວມມືໃນປັດຈຸບັນ ແລະ ຄວາມຫວັງຮ່ວມກັນສຳລັບອະນາຄົດ, ສະທ້ອນເຖິງ 60 ປີແຫ່ງມິດຕະພາບທີ່ສ້າງຂຶ້ນບົນພື້ນຖານຂອງການເຄົາລົບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືນັບແຕ່ການສ້າງສາຍພົວພັນທາງການທູດ ໃນວັນທີ 1 ກໍລະກົດ 1966. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງການແລກປ່ຽນການ ຢ້ຽມຢາມລະດັບສູງ ທີ່ເພີ່ມຂຶ້ນໃນຊຸມປີຜ່ານມາ ນາຍົກລັດຖະມົນຕີ ມາເລເຊຍ ທ່ານ ອັນວາ ອີບຣາ ຮິມ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເດືອນ ມິຖຸນາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ໄປຢ້ຽມຢາມມາເລເຊຍ ໃນເດືອນ ພຶດສະພາ 2025. ທັງສອງຝ່າຍຍັງໄດ້ມີການຢ້ຽມຢາມເຮັດວຽກຮ່ວມກັນ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ແລະ ມາເລເຊຍ ເປັນປະທານອາຊຽນ ໃນປີ 2025, ການພົວພັນຢ່າງຕໍ່ເນື່ອງນີ້ ສະທ້ອນໃຫ້ເຫັນເຖິງຄວາມໃກ້ຊິດ ລະຫວ່າງຜູ້ນຳ ຂອງສອງປະເທດ ແລະ ຄວາມມຸ່ງໝັ້ນຮ່ວມກັນ ໃນການເສີມສ້າງການຮ່ວມມືສອງຝ່າຍ ແລະ ຄວາມເປັນເອກະພາບໃນພາກພື້ນ. ປັດຈຸບັນມາເລເຊຍເປັນຄູ່ຄ້າອັນດັບ 4 ຂອງ ສປປ ລາວ ໃນບັນດາປະເທດສະມາຊິກອາຊຽນ ແລະ ຢູ່ອັນດັບ 13 ຂອງໂລກ.

KPL