ມາເລເຊຍ ເປີດເຜີຍເຄື່ອງໝາຍຕົ້ນຕໍກອງປະຊຸມສຸດຍອດອາຊຽນປີ 2025
                                                Email
                                                Print
                                                83
                                                
                                            
                                        
                                            
                                                        KPL - Asean 2024
                                                        ລັດຖະບານ ມາເລເຊຍ ໄດ້ເປີດເຜີຍ ເຄື່ອງໝາຍຕົ້ນຕໍ ຂອງກອງປະຊຸມ ສຸດຍອດ ອາຊຽນ ປີ 2025.
                                                    
                                                    
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 22 ຕຸລານີ້, ລັດຖະບານ ມາເລເຊຍ ໄດ້ເປີດເຜີຍ ເຄື່ອງໝາຍຕົ້ນຕໍ ຂອງກອງປະຊຸມ ສຸດຍອດ ອາຊຽນ ປີ 2025. ຕາມທາງການ ມາເລເຊຍ ແຈ້ງໃຫ້ຮູ້ວ່າ: ການອອກແບບ ເຄື່ອງໝາຍ ຕົ້ນຕໍ ຂອງກອງປະຊຸມ ສຸດຍອດ ອາຊຽນປີ 2025 ແມ່ນມີແຮງ ບັນດານໃຈ ມາຈາກ ດອກ Hibiscus syriacus L. ຫລື ດອກຊະບາ, ຊຶ່ງເປັນດອກໄມ້ ປະຈຳຊາດ ຂອງມາເລເຊຍ.ສ່ວນສີ ຂອງເຄື່ອງໝາຍ ໄດ້ໃຊ້ສີແດງ, ສີຂາວ, ສີເຫລືອງ ແລະ ສີຟ້າ, ຊຶ່ງເປັນສີສຳຄັນ ໃນທຸງຊາດ ຂອງບັນດາ ປະເທດ ສະມາຊິກ ອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ