ຫວຽດນາມ-ຝຣັ່ງ ຊຸກຍູ້ການຮ່ວມມື ດ້ານລັດຖະສະພາ

04/04/2026 11:52
Email Print 83
KPL - Asean 2024 ຢູ່ສຳນັກງານ ສະພາແຫ່ງຊາດ ຝຣັ່ງ, ທ່ານຈິ້ງຮ່ວາຍດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ເຮັດວຽກຮ່ວມກັບ ທ່ານ ມິເຊລ ຄຣີໂອດ (Michel Criaud) ປະທານ ກຸ່ມສະມາຊິກ ລັດຖະສະພາ ມິດຕະພາບ ຝຣັ່ງ-ຫວຽດນາມ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຢູ່​ສຳ​ນັກ​ງານ ​ສະ​ພາ​ແຫ່ງ​ຊາດ ຝຣັ່ງ, ທ່ານຈິ້ງ​ຮ່​ວາຍ​ດຶກຫ໋າຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ໄດ້​​ເຮັດ​ວຽກ​ຮ່ວມກັບ​ ທ່ານ ມິເຊລ ຄຣີໂອດ (Michel Criaud) ປະ​ທາ​ນ​ ກຸ່ມ​ສະ​ມາ​ຊິກ​ ລັດ​ຖະ​ສະ​ພາ​ ມິດ​ຕະ​ພາບ ຝ​ຣັ່ງ-ຫວຽດ​ນາມ ພ້ອມ​ດ້ວຍ ​ບັນ​ດາ​ ສະ​ມາ​ຊິກ​ຂອງ​ກຸ່ມ ເພື່ອແນໃສ່ ​​ປັບ​ປຸງ ການ​ພົວ​ພັນ ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ ຢ່າງຮອບດ້ານ ແລະ ການ​ຮ່ວມ​ມື ​ມິດ​ຕ​ະ​ພາບ ​ລັດ​ຖະ​ສະ​ພາ​ ລະຫວ່າງສອງ​ປະ​ເທດ ໃຫ້​ເລິກ​ເຊິ່ງຂຶ້ນອີກ.

​ການ​ພົບ​ປະໃນຄັ້ງນີ້, ທ່ານ ຈິ້ງຮ່ວາຍ ດຶກ​ຫ໋າຍ ​​ ໄດ້​ສະ​ເໜີໃຫ້ ທ່ານ ມິເຊລ ຄຣີໂອດ ແລະ ບັນ​ດາ​ ສະ​ມາ​ຊິກ ​ລັດ​ຖະ​ສະ​ພາ ​ຊຸກ​ຍູ້​ ກາ​ນ​ຮ່ວມ​ມື ຂອງ ​ສອງ​ຝ່າຍ​ ໃຫ້ແທດເໝາະກັບ ​ຂອບ​ຂະ​ໜາດ ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ ຢ່າງຮອບ​ດ້ານ, ພ້ອມ​ທັງ ສົ່ງເສີມ ​ໃຫ້​ລັດ​ຖະ​ສະ​ພາ​ຝ​ຣັ່ງ ແລະ ບັນ​ດາ ​ປະ​ເທດ ສະ​ຫະ​ພາບ​ເອີ​ຣົບ ທີ່​ຍັງ​ເຫລືອ ໃຫ້ຊຸກຍູ້ ​ການ​ລົງ​ທຶນ ຫວຽດ​ນາມ - ອີຢູ (EVIPA) ໂດຍ​ໄວ.  ສ່ວນ​ທ່ານ​ປະ​ທານ ມິເຊລ ຄຣີໂອດ ແລະ ບັນ​ດ​ສະ​ມ​າ​ຊິກ​ຢັ້ງ​ຢືນວ່າ ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ມິດ​ຕະ​ພາບ ຝ​ຣັ່ງ-ຫວຽດ​ນາມ ​ຈະ​ເປັນ​ແກ່ນ​ສານ​ທີ່​ຕັ້ງ​ໜ້າ, ຊຸກ​ຍູ້​ ບັນ​ດາ​ໂຄງ​ການ​ ດຳ​ເນີນ​ງານ​ ທີ່​ມີ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ ການ​ພົວ​ພັນ​ ລະຫວ່າງ ສອ​ງ​ປະ​ເທດ ແລະ ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ EVIPA ໂດຍ​ໄວ./

 

KPL