KPL
ພິທີມອບ-ຮັບ ອຸປະກອນ ພະລັງງານ ແສງຕາເວັນທີ່ໃຊ້ໃນເຮືອນ ຂອງໂຄງການທີ່ ສປ ຈີນ ຊ່ວຍເຫລືອກູບາ ໄດ້ຈັດ ຂຶ້ນ ຢູ່ນະຄອນຫລວງ ລາຮາວານ ຂອງກູບາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 10 ພະຈິກນີ້, ພິທີມອບ-ຮັບ ອຸປະກອນ ພະລັງງານ ແສງຕາເວັນທີ່ໃຊ້ໃນເຮືອນ ຂອງໂຄງການທີ່ ສປ ຈີນ ຊ່ວຍເຫລືອກູບາ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ລາຮາວານ ຂອງກູບາ. ທ່ານ ອາກີລີໂອ ອາບາດ ຮອງລັດຖະມົນຕີ ຜູ້ທີໜຶ່ງ ກະຊວງພະລັງງານ ແລະ ອຸດສາຫະກຳ ບໍ່ແຮ່ກູບາ ແລະ ທ່ານ ຮວ້າຊິ່ນ ເອກອັກຄະລັດຖະທູດຈີນ ປະຈຳ ກູບາ ໄດ້ເຂົ້າຮ່ວມ ພິທີດັ່ງກ່າວ. ທ່ານ ອາກີລີໂອ ອາບາດໄດ້ຍ້ອງຍໍ ວິສາຫະກິດຈີນ ທີ່ປະຕິບັດໂຄງການ ຢ່າງມີປະສິດທິພາບສູງ ໂດຍຊີ້ອອກວ່າ ໂຄງການນີ້ ໄດ້ສ້າງກຳລັງແຮງຫລາຍ ເພື່ອຊ່ວຍເຫລືອຫັນປ່ຽນໂຄງສ້າງ ພະລັງງານ ຂອງກູບາ. ພ້ມທັງ ກ່າວສະແດງ ຄວາມຂອບໃຈ ສປ ຈີນ ທີ່ຊຸກຍູ້ແຜນແກ້ໄຂ ບັນຫາຢ່າງເປັນຮູບປະທຳ ໂດຍຜ່ານການຮ່ວມມືສາກົນ ເພື່ອຊ່ວຍເຫລືອ ການພັດທະນາຂອງກູບາ. ທ່ານ ຮວ້າຊິ່ນ ກ່າວວ່າ ພາກຕາເວັນອອກ ຂອງກູບາ ໄດ້ຮັບຄວາມເສຍຫາຍ ຢ່າງຮ້າຍແຮງ ຈາກພາຍຸໃນເດືອນແລ້ວນີ້, ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ພະລັງງານໄຟຟ້າ. ອຸປະກອນທີ່ ສປ ຈີນ ຊ່ວຍເຫລືອ ຈະສະໜອງ ການສະໜັບ ສະໜູນ ດ້ານພະລັງງານໄຟຟ້າ ທີ່ໝັ້ນຄົງ ແລະ ສະອາດ ສຳລັບ ການຟື້ນຟູ ຫລັງຈາກ ໄພພິບັດ, ສະແດງໃຫ້ເຫັນເຖິງ ມິດຕະພາບຖານ ອ້າຍນ້ອງທີ່ “ຮ່ວມທຸກ ຮ່ວມສຸກ” ລະຫວ່າງ ສປ ຈີນ ກັບ ກູບາ. ໂຄງການດັ່ງກ່າວ ມີແຜນຈະສະໜອງ ເຄື່ອງຈັກຜະລິດໄຟຟ້າ ດ້ວຍແສງຕາເວັນ 2 ກິໂລວັດ ຈຳນວນ 5.000 ໜ່ວຍ ເພື່ອສະໜອງ ໄຟຟ້າຂັ້ນພື້ນຖານ ທີ່ ປອດໄພ ແລະ ໄວ້ໃຈໄດ້ຕໍ່ເຮືອນຕ່າງໆ ທີ່ບໍ່ໄດ້ຕິດຕໍ່ ເຄືອຂ່າຍໄຟຟ້າ ແຫ່ງລັດກູບາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL