ສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

11/11/2025 10:58
KPL ຂປລ. ຫັດຖະ​ກໍາ ຕໍ່າ​​ແຜ່ນ ​ແມ່ນ ມໍລະດົກ​ທາງພູມ​ປັນຍາ ຂອງ ​ເອື້ອຍ​ນ້ອງ​ແມ່ຍິງ​ລາວບັນດາເຜົ່າ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ຮຸ່ນ​ປູ່ຍ່າ​ຕາ​ຍາຍ ທີ່​ມອບ​ໃຫ້ລູກ​ຫລານ ​ໄດ້ສືບ​ທອດ​ປະ​ເພ​ນີອັນ​ດີງາມ​ແບບ​ນີ້​ໃຫ້​ຄຽງຄູ່​ກັບ​ແມ່ຍິງ​ລາວຕະຫລອດໄປ



ຂປລ. ຫັດຖະ​ກໍາ ຕໍ່າ​​ແຜ່ນ ​ແມ່ນ ມໍລະດົກ​ທາງພູມ​ປັນຍາ ຂອງ ​ເອື້ອຍ​ນ້ອງ​ແມ່ຍິງ​ລາວບັນດາເຜົ່າ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ຮຸ່ນ​ປູ່ຍ່າ​ຕາ​ຍາຍ ທີ່​ມອບ​ໃຫ້ລູກ​ຫລານ   ​ໄດ້ສືບ​ທອດ​ປະ​ເພ​ນີອັນ​ດີງາມ​ແບບ​ນີ້​ໃຫ້​ຄຽງຄູ່​ກັບ​ແມ່ຍິງ​ລາວຕະຫລອດໄປ ແລະ ທີ່ສຳຄັນຍັງເຮັດໃຫ້ເອື້ອຍນ້ອງແມ່ຍິງເຫລົ່ານັ້ນ ມີລາຍຮັບເຂົ້າສູ່ຄອບຄົວໄດ້ເປັນກອບເປັນກຳ  ສາມາດພັດທະນາເສດຖະກິດຄອບຄົວ ໃຫ້ມີຢູ່ມີກິນ, ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ ​ເໝືອນດັ່ງຄອບຄົວ ທ່ານ ນາງ ມິດຕາວັນ ພັນວົງສາ ປະຊາຊົນ ຈາກ​ບ້າ​ນ ນາຍາງ​ໃຕ້ ​ເມືອງ ນໍ້າ​ບາກ ​ແຂວງ​ຫລວງ​ພະ​ບາງ ທີ່ຢຶດຖືອາຊີບຂາຍສິນໄໝໝ້ອນຊຳເໜືອ, ອັນໄດ້ສ້າງລາຍຮັບຫລາຍລ້ານກີບຕໍ່ເດືອນ. 

ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້່າຮ່ວມງານນະມັດສະການ ພະທາດຫລວງວຽງຈັນ ວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ ແລະດີໃຈ ຫລາຍປີນີ້, ເພາະເປັນປີທໍາອິດທີ່ໄດ້ມີໂອກາດ ນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກ ຂອງຊໍາເໜືອແທ້ມາວາງຂາຍ ໃນງານຄັ້ງນີ້ທີ່ເປັນບຸນປະເພນີ ລະດັບຊາດຂອງລາວເຮົາ ຊຶ່ງສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ຫລັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ ທີ່ມີລາຄາເລີ່ມຕົ້ນ 200.000ກີບ ຫາ 3.000.000 ກວ່າກີບຕໍ່ຜືນ.ພ້ອມນີ້ສິ້ນໄໝມ້ອນຊໍາເໜືອ ຍັງມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍ່າດ້ວຍສີໄມ້ລາຍມືຂອງແມ່ຍິງຊໍາເໜືອແທ້ ເປັນຕົ້ນແມ່ນຕ່ໍາລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ ເຫລົ່ານີ້ເປັນຕົ້ນ.ໂດຍປົກກະຕິແລ້ວຈະຮ້ານຈຳໜ່າຍຢູ່ຕະຫລາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ.
    ທ່ານ ນາງ ມິດຕາວັນ ພັນວົງສາ ຍັງໃຫ້ຮູ້ຕື່ມວ່າ: ການເປັນແມ່ຄ້າຂາຍສິ້ນໄໝມ້ອນຊໍາ ເໜືອແມ່ນໄດ້ສືບທອດມາຈາກຜູ້ເປັນແມ່ ແຕ່ປີ 2016ເປັນຕົ້ນມາ ຊຶ່ງ ການຂາຍສ່ວນຫລາຍແມ່ນຂາຍສົ່ງ-ຂາຍຍ່ອຍ,ສຳລັບການຜະລິດຕະພັນສິ້ນໄໝມ້ອນຊໍາເໜືອ  ແມ່ນມາຈາກການປ່ອຍກີ້ໃຫ້ລູກຄ້າຕໍ່າ, ເກັບຊື້ນໍາປະຊາຊົນຢູ່ພາຍໃນບ້ານ ແລະ ສັ່ງຕໍ່າລາຍຕາມລູກຄ້າຕ້ອງການ. 
    ໃນໂອກາດນີ້, ທ່ານ ນາງ ມິດຕາວັນ ພັນວົງສາ ກ່າວຕື່ມວ່າ: ປັດຈຸບັນເກີດມີສິ້ນກັອບຫລາຍ ຈຶ່ງກະທົບໂດຍກົງຕໍ່ການຄ້າຂາຍສິ້ນໄໝມ້ອນທີ່ຕໍ່າດ້ວຍມືຂອງເຮົາ ກໍຄືຫລາຍໆເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ. ສະນັ້ນ, ຂໍຮຽກຮ້ອງໃຫ້ພາກສ່ວນ ກໍຄືລູກຄ້າຊ່ວຍສະໜັບສະໜູນສິ້ນໄໝມ້ອນຊໍາເໜືອ ທີ່ເປັນເອກະລັກຂອງບ້ານເຮົາຕໍ່ໄປ ເພື່ອບໍ່ຢາກໃຫ້ສິ້ນໄໝມ້ອນຊໍາເໜືອສູຫາຍໄປຈາກຄົນລາວ.

   
KPL

ຂ່າວອື່ນໆ


Top