ຣັດເຊຍ ຈະເປີດຕົວຊີມກາດແບບໃໝ່ ສຳລັບເດັກ

11/11/2025 17:14
KPL ກະຊວງ ພັດທະນາ ດີຈິຕອນ ຂອງ ຣັດເຊຍ ກຽມເປີດຕົວ ຊີມກາດແບບໃໝ່ ສຳລັບ ເດັກນ້ອຍ ເພື່ອປົກປ້ອງ ແລະ ຄັດກອງເນື້ອຫາ ອອນລາຍ ສຳລັບ ເດັກນ້ອຍ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ ເມື່ອວັນທີ 10 ພະຈິກວ່າ:​ ກະຊວງ ພັດທະນາ ດີຈິຕອນ ຂອງ ຣັດເຊຍ ກຽມເປີດຕົວ ຊີມກາດແບບໃໝ່ ສຳລັບ ເດັກນ້ອຍ ເພື່ອປົກປ້ອງ ແລະ ຄັດກອງເນື້ອຫາ ອອນລາຍ ສຳລັບ ເດັກນ້ອຍ.

ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຂອງ ຣັດເຊຍ ກ່າວວ່າ: ຊີມກາດແບບໃໝ່ນີ້ ຈະຄັດກອງການຮັບ-ສົ່ງຂໍ້ມູນ ເພີ່ມການຄວບຄຸມ ຂອງ ຜູ້ປົກຄອງ ແລະ ອະນຸຍາດ ໃຫ້ຕິດຕາມ ຕຳແໜ່ງ ເດັກນ້ອຍໄດ້ ໂດຍບໍ່ຕ້ອງມີຄຳສັ່ງສານ. ທັງນີ້ ລັດຖະບານ ຣັດເຊຍ ໄດ້ສະເໜີ ແນວຄິດ ຊິມກາດ ສຳລັບ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 14 ປີ ເປັນຄັ້ງທຳອິດ ເມື່ອເດືອນສິງຫາ ທີ່ຜ່ານມາ , ໂດຍມີຂໍ້ຈຳກັດ ສຳລັບ ການບໍລິການ ບາງຢ່າງເຊັ່ນ: ການເຂົ້າສູ່ລະບົບ ໂຊຊຽວມິເດຍ ເພື່ອປົກປ້ອງເດັກ ທາງອອນລາຍໃຫ້ດີຍິ່ງຂຶ້ນ./

 

KPL

ຂ່າວອື່ນໆ


Top