ມາດຕະຖານເຕັກນິກ ແລະ ການຄຸ້ມຄອງຍານພາຫະນະ

11/11/2025 11:09
KPL ຂປລ. ພາຫະນະ​ທີ່​ນຳ​ໃຊ້ ​ຢູ່ ສປປ ລາວ ມີ​ ສອງ​ຊະນິດ ຄື ຊະນິດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ​ແລະ ຊະນິດທີ່​ບໍ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ. ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ປະກອບດ້ວຍ ລົດສອງລໍ້, ລົດສາມລໍ້, ລົດສີ່ລໍ້ ຂຶ້ນໄປ

ຂປລ. ພາຫະນະ​ທີ່​ນຳ​ໃຊ້ ​ຢູ່ ສປປ ລາວ ມີ​ ສອງ​ຊະນິດ ຄື ຊະນິດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ​ແລະ ຊະນິດທີ່​ບໍ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ. ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ປະກອບດ້ວຍ ລົດສອງລໍ້, ລົດສາມລໍ້, ລົດສີ່ລໍ້ ຂຶ້ນໄປ ລວມທັງພາຫະນະກົນຈັກໜັກທຸກປະເພດທີ່ຂັບເຄື່ອນດ້ວຍເຄື່ອງຈັກ. ສ່ວນພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກ ປະກອບດ້ວຍ ລົດຖີບສອງລໍ້, ລົດຖີບສາມລໍ້, ກວຽນ, ລໍ້ ແລະ ອື່ນໆ ທີ່ລາກແກ່, ຊຸກ ຫລື ຍູ້ ດ້ວຍຄົນ ຫລື ສັດ.

ມາດຕາ 35 (ປັບປຸງ) ມາດຕະຖານ​ເຕັກ​ນິກ ຂອງຍານພາຫະ​ນະ. ຍານພາຫະນະ​ທຸກ​ຊະນິດ ທີ່​ນຳ​ເຂົ້າ, ຜະລິດ, ປະ​ກອບ ເພື່ອຂຶ້ນທະບຽນ ແລະ ນໍາໃຊ້ຢູ່ ສປປ ລາວ ຕ້ອງມີ​ໂຄງປະກອບສ້າງ ທີ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດທີ່​ໄດ້ມາດຕະຖານ​ສາກົນ, ມີຄຸນນະພາບທີ່ຖືກຕ້ອງຕາມມາດຕະຖານ ທີ່ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກໍານົດ, ສອດຄ່ອງກັບສົນທິສັນຍາ ແລະ ສັນຍາ​ສາກົນ ທີ່​ ສປປ ລາວ ເປັນ​ພາຄີ. ສໍາລັບລົດຂົນສົ່ງທຸກປະເພດ ແຕ່ ສີ່ລໍ້ຂຶ້ນໄປ ຕ້ອງມີພວງມະໄລຊ້າຍ ຍົກເວັ້ນຍານພາຫະນະຂົນສົ່ງທີ່ດໍາເນີນທຸລະກິດການຂົນສົ່ງຂ້າມແດນທີ່ນໍາໃຊ້ການຈະລາຈອນກໍ້າຊ້າຍ ຊຶ່ງໄດ້ກໍານົດ ໄວ້ໃນວັກ​ສຸດ​ທ້າຍ​ຂອງມາດຕາ 15 ຂອງກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ.

ມາດຕາ 36 (ປັບປຸງ) ການ​ກວດກາ​ເຕັກນິກ​ຂອງຍານ​ພາຫະ​ນະໄດ້ລະບຸວ່າ: ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງ ຕ້ອງໄດ້ຜ່ານການກວດກາເຕັກນິກ ຕາມກຳນົດເວລາຢ່າງເຂັ້ມງວດ ແລະ ໄດ້ຮັບໃບຢັ້ງຢືນການກວດກາ ຈາກສູນກວດກາເຕັກນິກ ທີ່ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮອງ.

ມາດຕາ 37 (ປັບປຸງ) ການສ້ອມແປງ​ຍານ​ພາຫະ​ນະ. ການ​ສ້ອມ​ແປງ​ຍານ​ພາຫະນະ ຕ້ອງບໍ່ກີດຂວາງການສັນຈອນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດ ລ້ອມ, ​ຮັບປະກັນຄວາມ​ປອດ​ໄພ ​ແລະ ຄວາມຖືກຕ້ອງ​ຕາມ​ມາດຕະຖານ​ເຕັກ​ນິກ ທີ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ວາງ​ອອກ. ການສ້າງຕັ້ງຮ້ານສ້ອມແປງ ແລະ ອູ່ສ້ອມແປງ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 38 (ໃໝ່) ລະບຽບການທົ່ວໄປ. ຜູ້ຂັບຂີ່ຍານພາຫະນະທຸກຊະນິດ​ທີ່​ສັນຈອນ​​ຕາມ​ເສັ້ນທາງ ຕ້ອງ​ປະຕິບັດ​ຕາມກົດຈະລາຈອນ​ຢ່າງ​ເຂັ້ມ​ງວດ,​ ຕ້ອງ​ຕິດ​ປ້າຍ​ທະບຽນ, ມີ​ເອກະ​ສານ​ຄົບ​ຖ້ວນ ຕິດຕົວ​ໄປ​ນຳ ​ແລະ ຕ້ອງ​ມີ ການ​​ປະກັນ​ໄພ ຕາມ​ທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງ​ກົດໝາຍ​ສະບັບ​ນີ້. ສໍາລັບ​ລົດ​ໄຖ​, ລົດ​ຕ໋ອກໆນັ້ນ ຕ້ອງມີຫ້າມລໍ້, ​ໄຟ​ໜ້າ, ​ໄຟ​ທ້າຍ ​ແລະ ຕິ​ດແຜ່ນ​ສະທ້ອນ​ແສງ​ໃສ່​ທາງ​ດ້ານ​ຂ້າງ ​ແລະ ດ້ານ​ຫລັງ. ສ່ວນຜູ້ຂັບຂີ່ພາຫະນະທຸກ​ຊະນິດ ​ທີ່​ບໍ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ​ ທີ່ສັນຈອນຕາມ​ເສັ້ນທາງ​ ຕ້ອງ​ປະຕິບັດ​ຕາມ​ກົດ​​​ຈະລາຈອນ​ຢ່າງ​ເຂັ້ມ​ງວດ​ເຊັ່ນດຽວ​ກັນ. ສຳລັບ​ລົດຖີບ​ສອງ​ລໍ້, ສາມ​ລໍ້ ​ຕ້ອງ​ມີ​ຫ້າມ​ລໍ້, ​ໄຟ​​ໜ້າ, ​ໄຟ​ທ້າຍ ແລະ ​ຕິດ​ແຜ່ນ​ສະທ້ອນ​ແສງ​ໃສ່​ທາງ​ໜ້າ, ທາງ​ຫລັງ ​ແລະ​ ທາງຂ້າງ.

ມາດຕາ 39 (ປັບປຸງ) ການ​ຂຶ້ນ​ທະບຽນ​ຍານ​ພາຫະນະ​ຂອງພົນລະ​ເຮືອນ ໄດ້ລະບຸໄວ້ວ່າ: ຍານພາຫະນະ​ຂອງ​ພົນລະ​ເຮືອນ​ທຸກ​ຊະນິດ ລວມທັງເຄິ່ງຫາງ​ລາກ, ຫາງລາກ ​ແລະ ຍານພາຫະນະ​ກົນ​ຈັກ​ໜັກ ເປັນຕົ້ນ ລົດດຸດ, ລົດ​ຈົກ, ລົດ​ກວາດ, ລົດ​ໂລ, ລົດຍົກ ​ຕ້ອງ​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.  ຍານພາຫະນະທີ່ຂາຍອອກຈາກຮ້ານ ຕ້ອງຕິດປ້າຍຕາມລະບຽບການ ເພື່ອຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ທີ່​ກ່ຽວຂ້ອງ ແລະ ຜູ້ຂາຍ ຕ້ອງຮັບຜິດຊອບຂຶ້ນທະບຽນໃຫ້ແກ່ ລູກຄ້າ.

ມາດຕາ 40 (ປັບປຸງ) ການ​ຂຶ້ນ​ທະບຽນ​ຍານ​ພາຫະນະຂອງກໍາລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ. ຍານພາຫະນະ​ ທີ່​ນໍາ​ໃຊ້ເຂົ້າໃນ​ວຽກງານວິຊາສະເພາະ ແລະ ວຽກ​ງານ​ບໍລິຫານຂອງ ກໍາລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມສະຫງົບ​ ໃຫ້​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍທະບຽນນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫລື ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ຍານ​ພາ​ຫະນະ ຂອງບຸກຄົນທີ່ສັງກັດຢູ່ ກໍາລັງ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະຫງົບ ຕ້ອງ​ຂຶ້ນ​ທະບຽນ ​ແລະ ຕິດ​ປ້າຍ​ທະບຽນ​ຕາມ​ລະບຽບການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.

ມາດຕາ 41 (ປັບປຸງ) ການ​ເຄື່ອນ​ຍ້າຍ​ຍານ​ພາຫະນະ​ກົນ​ຈັກໜັຕາມເສັ້ນທາງຫລວງ ຕ້ອງນໍາໃຊ້​ຍານພາຫະນະ​ບັນທຸກ ທີ່​ຖືກຕ້ອງຕາ​ມມາດຕະຖານ​ເຕັກນິກ; ຖ້າຫາກມີ​ສ່ວນ​ທີ່​ລື່ນ​ອອກ​ຈາກ​​ລົດລາກ​ແກ່ ​ໃຫ້​ຕິດ​ເຄື່ອງໝາຍ, ສັນຍາ​ລັກ​ເຕືອນ​ອັນຕະລາຍ ຕາມລະບຽບການ ​ແລະ ​ຕ້ອງ​ໄດ້​ຮັບ​ອະນຸຍາດ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ມາດຕາ 39 ​ຂອງ​ກົດ
ໝາຍ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງບົກ.

       ມາດຕາ 42 (ໃໝ່) ການ​ປະກັນ​ໄພ​ຍານ​ພາຫະນະ ທຸກຊະນິດ​ ຕ້ອງມີການປະກັນໄພ ຕາມລະບຽບກົດໝາຍ ກ່ຽວກັບການປະກັນໄພ.

 

KPL

ຂ່າວອື່ນໆ


Top