ການເຕີບໂຕສີຂຽວ ໃນສັງກາດດີຈີຕອນ ປັນບຸລິມະສິດ ແຖວໜ້າຂອງ ສສ ຫວຽດນາມ

11/11/2025 15:20
KPL ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດ ມີຫົວຄິດ ປະດິດສ້າງ ຕ້ອງແມ່ນຄວາມ ຮຽກຮ້ອງ ຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກ ຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ສສ ຫວຽດ ນາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ເວທີປາໄສ ວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ ວິສາຫະກິດ FDI ນຳໜ້າ ໃນການປະຕິບັດ ຍຸດ ທະສາດ ການເຕີບໂຕ ສີຂຽວ ໃນສັງກາດດີຈີຕອນ”, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດ ມີຫົວຄິດ ປະດິດສ້າງ ຕ້ອງແມ່ນ ຄວາມຮຽກຮ້ອງ ຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກ ຍຸດທະສາດ ແລະ ບຸລິມະສິດ ແຖວໜ້າຂອງ ສສ ຫວຽດນາມ. ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າ ຫົວຂໍ້ ຂອງ ເວທີປາໄສປີນີ້ ມີລັກສະນະ ສະຖານະການ ແລະ ມີຄວາມໝາຍເລິກເຊິ່ງ, ເມື່ອໄດ້ວາງອອກ ໃນສະພາບການໂລກ ແລະ ສສ ຫວຽດນາມ ພວມຖືການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ ແມ່ນໜຶ່ງ ໃນບັນດາກຳລັງໜູນ ຫລັກແຫລ່ງ ໃຫ້ແກ່ ການພັດທະນາ ໂດຍໄວ ແລະ ຍືນຍົງ. ສຳລັບ ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດ ໝູນວຽນ, ເສດຖະກິດ ມີຫົດຄິດປະດິດສ້າງ ແມ່ນ ຄວາມຮຽກຮ້ອງ ທີ່ພາວະວິໄສ, ແມ່ນການຄັດເລືອກ ຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ສສ ຫວຽດນາມ, ເພື່ອປະກອບສ່ວນ ເຮັດໃຫ້ ສະພາບການລົງທຶນ ດຳເນີນທຸລະກິດ ມີຄວາມ ໂປງໄສ, ການສຳຜັດ ຂອງວິສາຫະກິດ ມີຄວາມສະດວກກ່ວາ, ຈະແຈ້ງກ່ວາ. ການພັດທະນາສີຂຽວ ແມ່ນຄວາມຮຽກຮ້ອງ ຕ້ອງການໂດຍພາວະວິໄສ, ຕ້ອງພັດທະນາສີຂຽວ ເພື່ອຫລຸດຜ່ອນ ການປ່ອຍ ກາກບອນ ລົງລະດັບ 0 ໃນປີ 2050./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top