ສປ ຈີນ ສືບຕໍ່ແມ່ນປະເທດ ມີໃບປະກາດປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ

11/11/2025 15:20
KPL ກອງປະຊຸມ ອິນເຕີເນັດໂລກ2025 ໄດ້ອັດລົງ ເມື່ອບໍ່ດົນມານີ້ຢູ່ແຂວງເຈີຈຽງ ຂອງ ສປ ຈີນ.ເຫດການ ດຶງດູດການ ເຂົ້າຮ່ວມ ຂອງຜູ້ແທນກ່ວາ 1.600 ຄົນ ຂອງຫລາຍກ່ວາ 130 ປະເທດ ແລະ ເຂດແຄ້ວນ. ຕາມບົດງານງານ ປະກາດ ຢູ່ກອງປະຊຸມ, ສປຈີນ ແມ່ນປະເທດ ມີໃບປະກາດ ປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ

ຂປລ.ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ອິນເຕີເນັດໂລກ2025 ໄດ້ອັດລົງ ເມື່ອບໍ່ດົນມານີ້ຢູ່ແຂວງເຈີຈຽງ ຂອງ ສປ ຈີນ.ເຫດການ ດຶງດູດ ການເຂົ້າຮ່ວມ ຂອງຜູ້ແທນກ່ວາ 1.600 ຄົນ ຂອງຫລາຍກ່ວາ 130 ປະເທດ ແລະ ເຂດແຄ້ວນ. ຕາມບົດງານງານ ປະກາດ ຢູ່ກອງປະຊຸມ, ສປຈີນ ແມ່ນປະເທດ ມີໃບປະກາດ ປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ, ກວມເອົາ 60% ຍອດຈຳນວນໃບປະກາດປະດິດສ້າງ ທົ່ວໂລກ. ຈຳນວນໜັງສື ຈົດທະບຽນ ໃບປະກາດ ປະດິດສ້າງ 6G ຂອງປະເທດນີ້ ກໍ່ກວມເອົາກ່ວາ 40%ທົ່ວໂລກ, ຈັດຢູ່ອັນດັບທີ 1 ຂອງທົ່ວໂລກ. ປີ 2024, ຈຳນວນບໍລິສັດຈີນ ພັດທະນາ ຫລື ໝູນໃຊ້ AI ເພີ່ມຂຶ້ນ 36% ເມື່ອທຽບໃສ່ກັບ ໄລຍະດຽວກັນ ຂອງປີກ່ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top