ສປຈີນ ກາຍເປັນຜູ້ນຳ ດ້ານພະລັງງານລົມໃນໂລກ ຕິດຕໍ່ກັນ 15 ປີ

11/11/2025 17:13
KPL ຈີນ ກາຍເປັນ ຜູ້ນຳ ດ້ານພະລັງງານລົມ ຂອງໂລກ ຢ່າງຕິດຕໍ່ກັນ 15 ປີ, ດ້ວຍກຳລັງ ການຜະລິດລວມ ບັນລຸ 580 ກິກາວັດ (GW) , ນີ້ເແມ່ນຕົວເລກ ຈາກສະພາ ການໄຟຟ້າ ແຫ່ງປະເທດຈີນ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມ ຢ່າງຕັ້ງໜ້າຂອງຈີນ

ຂປລ. ຕາມຂ່າວ ເອເອຟພີ, ເມື່ອບໍ່ດົນມານີ້, ຈີນ ກາຍເປັນ ຜູ້ນຳ ດ້ານພະລັງງານລົມ ຂອງໂລກ ຢ່າງຕິດຕໍ່ກັນ 15 ປີ, ດ້ວຍກຳລັງ ການຜະລິດລວມ ບັນລຸ 580 ກິກາວັດ (GW) , ນີ້ເແມ່ນຕົວເລກ ຈາກສະພາ ການໄຟຟ້າ ແຫ່ງປະເທດຈີນ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມ ຢ່າງຕັ້ງໜ້າຂອງຈີນ ໃນການຂັບເຄື່ອນ ການປ່ຽນຜ່ານໄປສູ່ ພະລັງງານ ສະອາດ ແລະ ການບັນລຸເປົ້າໝາຍ ໃນການພັດທະນາ ແບບກາກບອນຕ່ຳ ແລະ  ບົດບາດສຳຄັນ ຂອງຜູ້ຜະລິດ ກັງຫັນລົມຈີນ ທີ່ ຂະຫຍາຍ ການສົ່ງອອກ ແລະ ຕັ້ງໂຮງງານ ໃນ 57 ປະເທດ ທົ່ວໂລກ.

ນອກນັ້ນ, ຂໍ້ມູນຫລ້າສຸດ ຈາກ ສະພາການໄຟຟ້າ ແຫ່ງປະເທດຈີນ ລະບຸວ່າ, ປັດຈຸບັນ ຈີນ ໄດ້ເພີ່ມກຳລັງການຜະລິດໄຟຟ້າ ພະລັງງານລົມ ຈາກ ເຄືອຂ່າຍໃໝ່ ຫລາຍກວ່າ 57,84 ກິກາວັດ, ​ສົ່ງຜົນໃຫ້ກຳລັງ ການຜະລິດໄຟຟ້າ ຈາກ ພະລັງງານລົມ ລວມມີສູງເຖິງ 580 ກິກາວັດ, ກວມເອົາ ອັດຕາສ່ວນ 15,7% ຂອງ ກຳລັງການຜະລິດ ຕິດຕັ້ງໄຟຟ້າທັງໝົດ ຂອງປະເທດ./

 

KPL

ຂ່າວອື່ນໆ


Top