ເມືອງວຽງໄຊ ມີຫລາຍທ່າແຮງໃນການພັດທະນາເສດຖະກິດ

30/09/2025 13:45
Email Print 813
KPL ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ເມືອງວຽງໄຊ ແຂວງຫົວພັນ

  
   ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ເມືອງວຽງໄຊ ແຂວງຫົວພັນ ແມ່ນມີປະຫວັດຄວາມເປັນມາຕິດພັນກັບມູນເຊື້ອຂອງພັກ, ມູນເຊື້ອການຕໍ່ສູ້ປົດປ່ອຍຊາດ. ຂະນະທີ່ເມືອງວຽງໄຊ ກໍມີ 5 ຄຸນລັກສະນະສະເພາະຄື: ເປັນຖິ່ນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ເໜືອຮອດໃຕ້ ລຸກຮືຂຶ້ນຕີຊະນະສັດຕູຜູ້ຮຸກຮານ; ເປັນຖານທີ່ໝັ້ນຂອງການປະຕິວັດລາວ; ເປັນເມືອງວິລະຊົນແຫ່ງຊາດ; ເປັນຖິ່ນກໍາເນີດແຫ່ງ ສປປ ລາວ ແລະ ເປັນເມືອງມໍລະດົກທາງດ້ານປະຫວັດສາດ ແລະ ທໍາມະຊາດ. ແນວໃດກໍດີ, ເຖິງວ່າເມືອງວຽງໄຊ ເປັນເມືອງພູດອຍ ມີພູຜາຄ້ອຍຊັນ ກວມ 90% ທັງຈັດເປັນເມືອງທຸກຍາກຂອງແຂວງຫົວພັນ ເຊິ່ງປະກອບມີ 5 ເຜົ່າຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າໄຕແດງ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອີວມຽນ, ແຕ່ກໍມີທ່າແຮງຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ. ອັນພົ້ນເດັ່ນແມ່ນການປູກຝັງ, ການລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດຖະກໍາຕໍ່າຫູກ-ຈັກສານ.  
   ຕາມການໃຫ້ຮູ້ຂອງທ່ານ ນາງ ສວຍເພັດ ທອງສົມບັດ ເຈົ້າເມືອງວຽງໄຊ, ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໃນໂອກາດທີ່ທ່ານ ແກ້ວຈະເລີນ ເຊ່ຍປີ້ງຢ່າງ ຮອງປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມຄະນະໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອມໍ່ໆນີ້ວ່າ: ສຳລັບຂົງເຂດເສດຖະກິດຂອງເມືອງວຽງໄຊ ແມ່ນມີ 4 ທ່າແຮງຂອງການພັດທະນາເສດຖະກິດ ຄື: ການປູກຝັງ, ການລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດ ຖະກໍາຕໍ່າຫູກ-ຈັກສານ ເຊິ່ງຕະ ຫລອດໄລຍະຜ່ານມານີ້, ການນຳເມືອງວຽງໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງເຂົ້າສູ່ລວງເລິກຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນເອົາໃຈໃສ່ທໍາການຜະລິດ ໂດຍອີງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ. ອັນພົ້ນເດັ່ນແມ່ນການປູກຝັງ, ລ້ຽງສັດ, ຫັດຖະກໍາຈັກສານ; ປັບປຸງລະບົບຊົນລະປະທານ ທີ່ຖືກຜົນກະທົບຈາກໄພພິບັດ; ຈັດຕັ້ງປະຕິບັດ, ຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງບັນດາໂຄງການລົງທຶນຂອງລັດ ໂດຍສະເພາະແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2025 ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເກັບກໍາຂໍ້ມູນບັນດາໂຄງການເຊົ່າ-ສໍາປະທານຕ່າງໆ ເພື່ອປະເມີນຄືນ; ຊຸກຍູ້ການເກັບລາຍຮັບມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 2,69 ຕື້ເທົ່າກັບ 76% ຂອງແຜນການປີ; ອອກໃບຕາດິນ, ການຈັດສັນທີ່ດິນ, ແກ້ໄຂບັນຫາທີ່ດິນທີ່ມີຄວາມຫຍຸ້ງຍາກ; ຊັບພະຍາກອນທໍາມະຊາດໄດ້ຮັບການຄຸ້ມຄອງ, ລົງຕິດຕາມ, ຊຸກຍູ້ການຄຸ້ມຄອງສິ່ງແວດລ້ອມ ແລະ ເຂົ້າຮ່ວມແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມຂອງບັນດາໂຄງການຕ່າງໆ; ທຸກບ້ານໄດ້ມີເສັ້ນທາງເຂົ້າເຖິງ. ໃນນັ້ນ, ສາມາດທຽວໄດ້ 2 ລະດູ ມີ 64 ບ້ານ, ນໍາໃຊ້ ແລະ ປົກປັກຮັກສາເສັ້ນທາງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ມີຫົວໜ່ວຍທຸລະກິດຂຶ້ນທະບຽນວິສາຫະກິດ 57 ຫົວໜ່ວຍ, ຊຸກຍູ້ກຸ່ມຫັດຖະກໍາຈັກສານ ໂດຍສະເພາະແມ່ນຂະບວນການສານແອບເຂົ້ານ້ອຍສາມາດເປັນສິນຄ້າໂອດັອບຂອງເມືອງ; ທົ່ວເມືອງມີໄຟຟ້າໃຊ້ ກວມເອົາ 95,19% (ຍັງ 5 ບ້ານ), ເຂດເທສະບານເມືອງ ມີນໍ້າປະປາຊົມໃຊ້ມີກົງເຕີປະມານ 1.300 ໜ່ວຍ, ມີສັນຍານໂທລະສັບ ກວມພື້ນທີ່ 87% ຂອງບ້ານ, ໜ່ວຍບໍລິການທະນາຄານໄດ້ລະດົມເງິນຝາກ ແລະ ບໍລິການສິນເຊື່ອໃຫ້ຜູ້ປະກອບການ ຫລື ຫົວໜ່ວວຍທຸລະກິດໄດ້ຢ່າງທົ່ວເຖິງ. 
    ທ່ານ ນາງ ສວຍເພັດ ທອງສົມບັດ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ເມືອງວຽງໄຊ ກໍຮັບຮອງເອົາ 5 ວິໄສທັດຈາກລັດຖະບານ. ໃນນັ້ນ, ອະນຸລັກເມືອງວຽງໄຊ ເປັນເມືອງມໍລະດົກແຫ່ງຊາດ; ສ້າງເມືອງວຽງໄຊ ເປັນເມືອງອຸດົມຮັ່ງມີ; ສ້າງເມືອງວຽງໄຊ ເປັນຕົວເມືອງຍ່າງທ່ຽວຊົມທໍາມະຊາດ; ສ້າງເມືອງວຽງໄຊ ເປັນເມືອງສະອາດງາມຕາ ແລະ ສ້າງເມືອງວຽງໄຊ ເປັນເມືອງສຸຂະພາບແຂງແຮງ. 



KPL

ຂ່າວອື່ນໆ

    • ບຸນອອກພັນສາບົດ-ສາລະຄະດີ

      ບຸນອອກພັນສາ

      10/6/2025 1:43:06 PM

      ຂປລ. ຄຳວ່າ “ອອກພັນສາ” ນັ້ນໄດ້ແກ່ການອະນຸຍາດໃຫ້ພະພິກຂຸສົງ ອອກຈາກເຂດຈໍາກັດ, ຫລັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ເອີ້ນ ອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ ອັນເນື່ອງມາຈາກວັນເຂົ້າພັນສາ ຕາມທີ່ພະທໍາວິໄນບັນຍັດໄວ້

    • ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່ບົດ-ສາລະຄະດີ

      ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່

      10/2/2025 1:50:57 PM

      ຂປລ. ໃນຊຸມປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງ ລະຫວ່າງປະເທດ ມະຫາອໍານາດ, ບັນຫາສົງຄາມກາງເມືອງ, ບັນຫາຄວາມຂັດແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາມະຊາດ

    • ຄວາມເປັນມາຂອງວັນການທູດລາວບົດ-ສາລະຄະດີ

      ຄວາມເປັນມາຂອງວັນການທູດລາວ

      10/2/2025 10:41:20 AM

      ຂປລ. ເນື່ອງໃນໂອກາດວັນການທູດລາວ ວັນທີ 12 ຕຸລາ 1945 ແມ່ນເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ

    • ການຈັດຕັ້ງປະຕິບັດ ສ ສະອາດ ຍັງບໍ່ໄດ້ດີບົດ-ສາລະຄະດີ

      ການຈັດຕັ້ງປະຕິບັດ ສ ສະອາດ ຍັງບໍ່ໄດ້ດີ

      9/30/2025 1:55:57 PM

      ຂປລ. ການຈັດຕັ້ງປະຕິບັດ ສ ສະອາດ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນໄດ້ດີເທົ່າຄວນ ໂດຍສະເພາະແມ່ນບັນຫາການເກັບມ້ຽນຂີ້ເຫຍື້ອຕ່າງໆ

    • ວັດທະນະທຳ-ສິລະປະລາວ ນັບມື້ກາຍເປັນອຸດສາຫະກຳທ່ອງທ່ຽວບົດ-ສາລະຄະດີ

      ວັດທະນະທຳ-ສິລະປະລາວ ນັບມື້ກາຍເປັນອຸດສາຫະກຳທ່ອງທ່ຽວ

      9/30/2025 1:50:25 PM

      ຂປລ. ສະຫາຍ ພິຊິດ ໄຊຍະທິດ ປະທານບໍລິສັດຫໍພິພິທະພັນສິລະປະລາວ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VIII


Top