KPL
ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ຫວຽດນາມ ໄດ້ເລືອກເຂດ ທາງທິດຕາເວັນອອກນະຄອນ ໂຮ່ຈີມິນ ແມ່ນ ສະຖານທີ່ທຳອິດ ຂອງເຂດທາງ ທິດຕາເວັນອອກ ທາງພາກໃຕ້ ຫວຽດນາມ ໃນໂຄງການຜັນຂະຫຍາຍ net zero.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ຫວຽດນາມ ໄດ້ເລືອກເຂດ ທາງທິດຕາເວັນອອກນະຄອນ ໂຮ່ຈີມິນ ແມ່ນສະຖານທີ່ທຳອິດ ຂອງເຂດທາງ ທິດຕາເວັນອອກ ທາງພາກໃຕ້ ຫວຽດນາມ ໃນໂຄງການຜັນຂະຫຍາຍ net zero. ຍ້ອນເຫດນັ້ນ, ເຂດດັ່ງກ່າວ ພວມຍູ້ແຮງການຜັນຂະຫຍາຍ ແລະ ມີແຜນນະໂຍບາຍ ພັດທະນາສີຂຽວ, ສ້າງພື້ນ ຖານ ເສດຖະກິດ ແບບຍືນຍົງ ໄປຄຽງຄູ່ກັບ ການປົກປັກຮັກສາ ສິ່ງແວດລ້ອມ. ຕາມການວາງແຜນຜັງ, ເຂດທາງທິດຕາເວັນອອກ ນະຄອນ ໂຮ່ຈີມິນ (ແຂວງ ບ່າງເຣັ້ຍ-ຫວຸ້ງເຕົາເກົ່າ) ໄລຍະ 2021- 2030 ແລະ ວິໄສທັດຮອດປີ 2050 ໄດ້ກຳນົດຈະແຈ້ງ ແຜນນະໂຍບາຍ ແມ່ນບັນດາໂຄງການພັດທະນາ ຮັບປະກັນເງື່ອນໄຂ ອັນເປັນພື້ນຖານ ຂອງພື້ນຖານ ເສດຖະກິດສີຂຽວ, ການປ່ອຍທາດ ກາກບອນຕ່ຳ, ເສດຖະກິດໝູນວຽນ. ຢູ່ເຂດພິເສດ ໂກນດາວ, ເພື່ອໃຫ້ເປົ້າໝາຍດັ່ງກ່າວ ປະກົດຜົນເປັນຈິງນັ້ນ, ທ້ອງຖິ່ນໄດ້ຜັນຂະຫຍາຍແຜນຮ່າງ “ຄົ້ນຄ້ວາ ແລະ ໝູນໃຊ້ຮູບແບບ ເສດຖະກິດ ໝູນວຽນ”. ລະອຽດຄື: ໂກນດາວ ໄດ້ ແລະ ພວມບຸລິມະສິດ ນຳໃຊ້ພະລັງງານແສງຕາເວັນ ແລະ ບັນດາແຫລ່ງພະລັງງານ ທົດແທນອື່ນ ເພື່ອຫລຸດຜ່ອນ ການກະທົບຕໍ່ສິ່ງແວດລ້ອມ ໃນລະດັບຕ່ຳສຸດ, ມຸ່ງໄປສູ່ເຂດ ໂກນດາວທີ່ມີພະລັງງານສະອາດ. ພ້ອມກັນນັ້ນ ແມ່ນຫລຸດຜ່ອນລົງລະດັບຕ່ຳສຸດ ແລະ ກ້າວໄປເຖິງ ການບໍ່ນຳໃຊ້ ບັນດາຜະລິດຕະພັນ ທີ່ເຮັດຈາກ ຢ່າງ(ປະລາສະຕິກ) ໃຊ້ເທື່ອດຽວ ຢູ່ບັນດາຮາກຖານ ການທ່ອງທ່ຽວ, ການບໍລິການ, ມຸ່ງໄປເຖິງເຂດ ໂກນດາວປອດຂີ້ເຫຍີື້ອ ຢາງປະລາສະຕິກ. ທ່ານ ເລແອັງຕູ ເລຂາຄະນະພັກເຂດພິເສດ ໂກນດາວ ໃຫ້ຮູ້ວ່າ: ອາດຢືນຢັນວ່າ ໂກນດາວ ໄດ້ບືນຕົວຂຶ້ນຢ່າງແຮງ, ກາຍເປັນສັນຍາລັກ ຂອງການພັດທະນາ ຢ່າງກົມກຽວ ລະຫວ່າງ ການອະນຸລັກຮັກສາ ແລະ ການປ່ຽນແປງໃໝ່. ດ້ວຍການກຳນົດທິດ ພັດທະນາ ແບບຍືນຍົງ, ໂກນດາວ ຖືເປັນສຳຄັນ ການຮັກສາ ຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມ. ແຜນຮ່າງ “ຄົ້ນຄ້ວາ ແລະ ໝູນໃຊ້ຮູບແບບ ເສດຖະກິດ ໝູນວຽນ” ຂອງໂກນດາວ ໄດ້ ແລະ ພວມໄດ້ຮັບ ການຜັນຂະຫຍາຍ ຢ່າງຕັ້ງໜ້າ, ເພື່ອແນໃສ່ ສະກັດກັ້ນຂີ້ເຫຍື້ອ, ຫລຸດຜ່ອນ ມົນລະພິດ ໃນລະດັບຕ່ຳສຸດ ກໍ່ຄືຮັກສາຊີວະນາໆພັນ ແລະ ທິດທັດທຳມະຊາດ. ປະຈຸບັນ, ເຂດທາງທິດ ຕາເວັນອອກ ຂອງນະຄອນ ມີເຂດອຸດສາຫະກຳ 13 ແຫ່ງ ທີ່ພວມເຄື່ອນໄຫວ. ບັນດາເຂດອຸດສາຫະກຳ ພວມມີຫລາຍມາດຕະການສີຂຽວ, ໃນນັ້ນ, ເຂດອຸດສາຫະກຳ ຝູໝີ້ 3, ຝູໝີ້ 2 ພວມໄດ້ຮັບ ການໜູນຊ່ວຍ ຈາກອົງການຮ່ວມມື ສາກົນ ຍີ່ປຸ່ນ (Jica) ຊື່ງໄດ້ອຸປະຖຳ ແລະ ໜູນຊ່ວຍການຫັນປ່ຽນສີຂຽວ. ຕາມການວາງແຜນຜັງ, ເຂດນີ້ ຈະມີເຂດອຸດສາຫະກຳ 24 ແຫ່ງໃນປີ 2030 ແລະ ເຂດອຸດສາຫະກຳ ພັດທະນາໃໝ່ 7 ແຫ່ງ, ຖືເປັນສຳຄັນ ການພັດທະນາ ການບໍລິການ ແລະ ສິ່ງແວດລ້ອມ ທີ່ປອດໃສໃນການຜະລິດ. ທ່ານ ຫວໍແທັງຟອງ, ຮອງຫົວໜ້າຄະນະຄຸ້ມຄອງ ບັນດາເຂດ ອຸດສາຫະກຳ, ເຂດປຸງແຕ່ງ ເພື່ອສົ່ງອອກ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ປະຈຸບັນ, ຢູ່ບັນດາເຂດ ອຸດສາຫະກຳ ໄດ້ມີບັນດາບາດກ້າວ ຫັນປ່ຽນ ເພື່ອມຸ່ງໄປເຖິງ net zero. ນອກນີ້ ຈະຮ່ວມເດີນ ທາງກັບ ບັນດາ ວິສາຫະກິດ ເພື່ອພ້ອມກັນ ຫັນເປັນສີຂຽວ, ເຮັດແນວໃດ ເພື່ອໃຫ້ບັນດາເຂດອຸດສາຫະກຳ ກາຍເປັນເຂດ ອຸດສາຫະກຳ ຊີວະພາບ, ບັນດາວິສາຫະກິດ ພ້ອມກັນ ຫັນເປັນສີຂຽວ, ເສດຖະກິດ ໝູນວຽນ. ເລື່ອງນີ້ ຈະຕອບສະໜອງ ກໍ່ຄື ປະກອບສ່ວນ ເຂົ້າໃນເປົ້າໝາຍ ໂດຍລັດຖະບານໄດ້ວາງອອກ ໃນການມຸ່ງໄປເຖິງ net zero carbon ໃນປີ 2050.ເຂດທາງທິດຕາເວັນອອກ ຂອງນະ ຄອນ ໂຮ່ຈິມິນ ພວມມີບັນດາເງື່ອນໄຂຢ່າງຄົບຖ້ວນ ເພື່ອຫັນພື້ນຖານ ເສດຖະກິດ ເປັນສີຂຽວ. ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຝຸ່ງຈີຊີ, ຮອງປະທານສະມາຄົມ ຮັກສາທຳມະ ຊາດ, ສິ່ງແວດລ້ອມ ຫວຽດນາມ ຖືວ່າ ບໍ່ວ່າຂົງເຂດ ການຜະລິດ ດຳເນີນທຸລະກິດໃດໆຢູ່ເຂດ ບ່າເຣັ້ຍ-ຫວຸ້ງເຕົາ (ເກົ່າ) ກໍ່ສາມາດ ໝູນໃຊ້ ບັນດາຮູບແບບ ເສດຖະກິດ ໝູນວຽນໄດ້. ພິເສດ, ບັນດາ ຂະແໜງ ຜະລິດຊີມັງ, ເຫລັກ, ເຫລັກກ້າ, ທາດເຄມີ ແມ່ນບັນດາຂະແໜງການ ທີ່ມີກຳລັງບົ່ມຊ້ອນ ອັນໃຫ່ຍຫລວງກ່ຽວກັບການຫລຸດຜ່ອນ ອາຍເສຍລົງ ເປັນສູນ ໃນປີ 2050. ບັນດາ ວິສາຫະກິດ ສາມາດ ນຳໃຊ້ບັນດາມາດຕະການຄື: ປະຢັດພະລັງງານ ແລະ ການຜະລິດໃຫ້ສະອາດກ່ວາ. ໝາຍຄວາມວ່າ ຕ້ອງແກ້ໄຂບັນດາບັນຫາ ຈາກວັດຖຸສົ້ນເຂົ້າ, ປະຢັດໄຟຟ້າ, ປະຢັດວັດຖຸສົ້ນເຂົ້າ, ນ້ຳ, ປ່ຽນແປງເຕັກໂນໂລຊີ. ເຂດທາງທິດຕາເວັນອອກ ຂອງນະຄອນ ໂຮ່ຈິມິນ ພວມກ້າວເຂົ້າສູ່ ກາລະໂອກາດໃໝ່, ສັງກາດໃໝ່. ເຂດນີ້ສືບຕໍ່ຢັ້ງຢືນ ແລະ ຢຶດໝັ້ນ ຕາມວິວັດການ ພັດທະນາ ສີຂຽວ, ຍືນຍົງ ແລະ ເຊື່ອມໂຍງ ເຂົ້າກັບທົ່ວໂລກ. ພ້ອມກັບທົ່ວປະເທດ ປະກອບສ່ວນ ເຂົ້າໃນການສ້າງ ວິວັດການຫລຸດຜ່ອນ ອາຍເສຍລົງເປັນສູນ ໃນປີ 2050 ຊື່ງລັດຖະບານ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ກອງ ປະຊຸມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຄັ້ງທີ 26 (COP26), ຢູ່ລາຊະອານາຈັກ ອັງກິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL