ຝົນຕົກໜັກຢູ່ໄທ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ

06/10/2025 15:30
Email Print 121
KPL ກົມປ້ອງກັນ ແລະ ບັນເທົາໄພ ຂອງໄທ ອອກແຈ້ງການ ຫລ້າສຸດ ໂດຍກ່າວວ່າ ​ໃນທົ່ວປະເທດໄທ ມີ 16 ແຂວງ ໄດ້ຮັບ ຜົນກະທົບ ຈາກຝົນ ຕົກໜັກ ຫລາຍວັນ ລຽນຕິດ ຈົນເກີດ ໄພນໍ້າຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ສູນ​ຫາຍອີກ 3 ຄົນ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 5 ຕຸລານີ້,​ ກົມປ້ອງກັນ ແລະ ບັນເທົາໄພ ຂອງໄທ ອອກແຈ້ງການ ຫລ້າສຸດ ໂດຍກ່າວວ່າ ​ໃນທົ່ວປະເທດໄທ ມີ 16 ແຂວງ ໄດ້ຮັບຜົນກະທົບ ຈາກຝົນ ຕົກໜັກ ຫລາຍວັນ ລຽນຕິດ ຈົນເກີດ ໄພນໍ້າຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ສູນ​ຫາຍອີກ 3 ຄົນ. ປະຊາຊົນ ​ຫລາຍກວ່າ 340.000 ຄົນ ປະສົບ ຜົນກະທົບ.​ລັດຖະບານໄທ ພວມຈັດສັນ ກຳລັງ ຫລາຍພາກສ່ວນ ເພື່ອດຳເນີນການກູ້ໄພ ຢ່າງສຸກເສີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top