KPL
ສສ ຫວຽດນາມ ຍັງວາງອອກເປົ້າໝາຍ ບັນລຸລະດັບເຕີບໂຕ ແຕ່ 8,3–8,5% ໃນປີ 2025 ເພື່ອສ້າງທ່ວງທ່າ, ກຳລັງ ແຮງເພື່ອ ກ້າວໄປສູ່ ອາຍຸການໃໝ່, ສັງກາດໃໝ່ ດ້ວຍທ່ວງທ່າ, ພະລັງງານ, ກຳລັງໜູນໃໝ່ ເພື່ອພັດທະນາ ປະເທດ ຊາດ, ປະຕິບັດ 2 ເປົ້າໝາຍ ຍຸດທະສາດ 100 ປີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 5 ຕຸລານີ້, ສສ ຫວຽດນາມ ຍັງວາງອອກເປົ້າໝາຍ ບັນລຸລະດັບເຕີບໂຕ ແຕ່ 8,3–8,5% ໃນປີ 2025 ເພື່ອສ້າງທ່ວງທ່າ, ກຳລັງແຮງເພື່ອ ກ້າວໄປສູ່ ອາຍຸການໃໝ່, ສັງກາດໃໝ່ ດ້ວຍທ່ວງທ່າ, ພະລັງງານ, ກຳລັງໜູນໃໝ່ ເພື່ອພັດທະນາ ປະເທດຊາດ, ປະຕິບັດ 2 ເປົ້າໝາຍ ຍຸດທະສາດ 100 ປີ. ສຳນັກງານ ລັດຖະບານ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ປະຈຳເດືອນ ກັນຍາ ຂອງລັດຖະບານ ແລະ ກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ໃນທົ່ວ ປະ ເທດ.ໃນໂກາດນີ້ ທ່ານ ຟ້າມມິນຈິງ ໃຫ້ຮູ້ວ່າ ສະພາບການ ເສດຖະກິດ 9 ເດືອນ ຕົ້ນປີ 2025 ແມ່ນດີກວ່າ ເມື່ອທຽບໃສ່ກັບ ໄລຍະດຽວກັນ ຂອງປີ 2024: ເສດຖະກິດ ມະຫາພາກ ໄດ້ຮັບ ການຮັກ ສາ ເປັນປົກກະຕິ, ການຄວບຄຸມ ໄພເງິນເຟີ້, ບັນດາຄວາມດຸ່ນດ່ຽງໃຫຍ່ ໄດ້ຮັບປະກັນ; ບັນດາຂົງເຂດ ວັດທະນະທຳ-ສັງຄົມ, ການຮັບປະກັນ ຊີວິດສັງຄົມ ໄດ້ຮັບການຮັບປະກັນ,ສະພາບການເມືອງສັງ ຄົມ ມີສະຖຽນລະພາບ, ການປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ ໄດ້ຮັບການປັບປຸງ ແລະ ເພີ່ມທະວີຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL