ບຸນອອກພັນສາ

06/10/2025 13:43
Email Print 118
KPL ຂປລ. ຄຳວ່າ “ອອກພັນສາ” ນັ້ນໄດ້ແກ່ການອະນຸຍາດໃຫ້ພະພິກຂຸສົງ ອອກຈາກເຂດຈໍາກັດ, ຫລັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ເອີ້ນ ອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ ອັນເນື່ອງມາຈາກວັນເຂົ້າພັນສາ ຕາມທີ່ພະທໍາວິໄນບັນຍັດໄວ້

ຂປລ. ຄຳວ່າ ອອກພັນສາ ນັ້ນໄດ້ແກ່ການອະນຸຍາດໃຫ້ພະພິກຂຸສົງ ອອກຈາກເຂດຈໍາກັດ, ຫລັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ເອີ້ນ ອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ ອັນເນື່ອງມາຈາກວັນເຂົ້າພັນສາ ຕາມທີ່ພະທໍາວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລືທີ່ເອີ້ນຕິດປາກກັນ ໂດຍທົ່ວໄປວ່າ ຈຳພັນສານັ້ນເອງ.

ໂດຍເຫດເກີດຈາກທີ່ພະພິກຂຸສົງ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາຣິກ ໂປດສັດແລະ ເຜີຍແຜ່ພະທໍາຄຳສັ່ງສອນ ແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ ປະຈຳໃນລະດູຝົນ ຊາວບ້ານຈຶ່ງຕຳໜິວ່າ ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ, ພຣະພຸດທະເຈົ້າຈຶ່ງວາງລະບຽບ ການຈຳພັນສາໃຫ້ພະພິກຂຸ ຢູ່ປະຈຳທີ່ບ່ອນເກົ່າ ຕະຫລອດ 3 ເດືອນໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າປຸຣິມພັນສາເຊິ່ງກົງກັບລະດູເຮັດນາ ຂອງຊາວບ້ານ. ເມື່ອເຖິງວັນອອກພັນສາຂຶ້ນ 14 ຄ່ຳ ຂອງເດືອນ 11 (ລາວ) ຊາວພຸດທັງຫລາຍກໍພາກັນຈັດຫາ ວັດຖຸທານຕ່າງໆມາໄວ້ຖວາຍທານ ຕາມກຳລັງສັດທາຂອງຕົນ. ເມື່ອເຖິງມື້ເພັງ 15 ຄ່ຳ ເດືອນ 11 ໃນຕອນເຊົ້າມວນຊົນຊາວພຸດ ກໍມາເຕົ້າໂຮມກັນ ຖວາຍຂອງທານທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫລື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ ເຊິ່ງປີນີ້ແມ່ນກົງກັບວັນອັງຄານທີ 7/10/2025.



ຕາມປະເພນີລາວສະໄໝກ່ອນແລ້ວ, ເວລາໃກ້ຈະຮອດວັນບຸນອອກພັນສາ ຊາວບ້ານໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ຂີ້ເຈຍມາຕຳປະສົມ ກັນໃຫ້ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ເພັງຊາວບ້ານ ກໍພາກັນມາເຕົ້າໂຮມກັນຢູ່ວັດ ເພ່ື່ອພ້ອມກັນສ້າງເຮືອໄຟໂຄກວຽນທຽນຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ, ແຕ່ລະຄອບຄົວຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນພະພຸດພະທຳ ແລະ ພະສົງ.

ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນສ້າງຂຶ້ນ ໃນຕອນບ່າຍຂອງມື້ເພັງເອງ ບາງບ້ານກໍເຮັດແບບງ່າຍດາຍ ຈາກທ່ອນກ້ວຍເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກ້ວຍ ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງຂອງແຜ່ນໄມ້ ແລ້ວຈຶ່ງໃຕ້ທຽນໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະຊາວບ້ານກໍພ້ອມກັນ ອະທິຖານຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດມີຄວາມສຸກ, ປາສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ ການໄຫລເຮືອໄຟອີກບາງບ້ານກໍເຮັດດ້ວຍໄມ້ໄຜ່ມັດ ເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳ ຖ້າວ່າຜູ້ໃດຫາກລັດເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊເຫລືອຫລາຍ, ມີຄວາມເຊື່ອວ່າຄອບຄົວ ຂອງຜູ້ນັ້ນ ຈະມີຊີວິດທີ່ປາສະຈາກໂລກໄພໄຂ້ເຈັບ ທັງຫລາຍທັງປວງ ໃນປີນັ້ນ.ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະຊາວໜຸ່ມ ໄດ້ນຳເຮືອໄຟນ້ອຍທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ເອີ້ນວ່າ ກະທົງ ໄປລອຍນໍ້າຫລັງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວ ພ້ອມທັງ ອະທິຖານຕ່າງໆ ນານາ.


ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີຕະຫລອດທັງຄືນ. ຈຸດປະສົງຂອງການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນ ເພື່ອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາແມ່ນ້ຳລຳເຊ ຕະຫລອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫລາຍ ໄດ້ທຳມາຫາກິນຢ່າງສະຫງົບສຸກ.

KPL

ຂ່າວອື່ນໆ


Top