KPL
ສສ ຫວຽດນາມ ແລະ ໄທ ສູ້ຊົນ ໃຫ້ວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 25 ຕື້ໂດລາສະຫະລັດ ຫລັງຈາກ ມີການໂອ້ ລົມ ທາງໂທລະສັບກັບ ທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄທ, ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ໄທ ສູ້ຊົນ ໃຫ້ວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 25 ຕື້ໂດລາສະຫະລັດ ຫລັງຈາກ ມີການໂອ້ລົມ ທາງໂທລະສັບກັບ ທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄທ, ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ສະໜີໃຫ້ 2 ຝ່າຍ ສືບຕໍ່ສົມທົບກັນ ຜັນຂະ ຫຍາຍ ບັນດາໝາກຜົນ ລະອຽດ, ສຳຄັນ ຂອງກອງປະຊຸມ ຄະນະລັດຖະບານຮ່ວມ ສສ ຫວຽດນາມ-ໄທ ຄັ້ງທີ 4, ໃນນັ້ນ ສຸມໃສ່ ສ້າງໂຄງການກະທຳ ຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງ 2 ປະເທດ ໄລຍະ 2026 - 2030 ໂດຍໄວ. ສ່ວນ ທ່ານ ສີຫາສັກ ພວງເກດແກ້ວ,ລັດຖະມົນຕີ ການຕ່າງປະເທດ ໄທ ໄດ້ເຫັນດີ ສືບຕໍ່ເພີ່ມທະວີ ການຮ່ວມມືກັນ ຢ່າງແໜ້ນແຟ້ນ ລະຫວ່າງ ກະຊວງການຕ່າງປະເທດຂອງ 2 ປະເທດ, ປະກອບສ່ວນ ຊຸກຍູ້ການພົວພັນ ຮ່ວມມື ແລະ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ສສ ຫວຽດນາມ-ໄທ.ນອກນີ້ ທັງສອງຝ່າຍ ກໍ່ເນັ້ນໜັກເຖິງ ຄວາມສຳຄັນຂອງເລື່ອງ ໃຫ້ບຸລິມະສິດ ການຮ່ວມມື ໃນບັນດາ ຂົງເຂດໃໝ່ຄື: ການຫັນເປັນ ດີຈີຕອນ, ລັດຖະບານ ເອເລັກໂຕຣນິກ, ສ້າງລະບົບ ຊີວະພາບ ນະວັດຕະກຳ ແລະ ໄດ້ເຫັນດີ ສົມທົບກັນ ໃນການປ້ອງກັນ, ຕ້ານອາດຊະຍາກຳ ຂ້າມຊາດ; ຢືນຢັນຄືນໃໝ່ ຄຳໝັ້ນສັນຍາ ບໍ່ອະນຸຍາດ ໃຫ້ບໍ່ວ່າ ສ່ວນບຸກຄົນ ຫລື ອົງການໃດ ນຳໃຊ້ຜືນແຜ່ນດິນ ຂອງປະເທດນີ້ ເພື່ອຕ້ານຄືນ ປະເທດອື່ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL