KPL
ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ຄະນະກໍາມະການແນວລາວສ້າງຊາດ ແຂວງສາລະວັນ ຈັດກອງປະຊຸມຄົບຄະນະທ້າຍສະໄໝທີ VII ໃນວັນທີ 22 ກັນຍາ 2025.
ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ຄະນະກໍາມະການແນວລາວສ້າງຊາດ ແຂວງສາລະວັນ ຈັດກອງປະຊຸມຄົບຄະນະທ້າຍສະໄໝທີ VII ໃນວັນທີ 22 ກັນຍາ 2025 ໂດຍການເປັນ ປະທານຂອງສະຫາຍ ຄໍາຕາ ໂຮ່ຊົງເລືອງ ກໍາມະການສູນກາງ ແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງສາລະວັນ, ມີສະຫາຍຄະນະປະຈໍາພັກແຂວງ, ພະເຖຣານຸເຖລະ, ຄະນະກຳມະການແນວລາວສ້າງຊາດ 8 ຕົວເມືອງ ແລະ ພາກສ່ວນທ່ີກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ວຽງໄຊ ແກ້ວມະນີວົງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ, ຕີລາຄາດ້ານດີ, ຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ຖອດຖອນເອົາບົດຮຽນ ເພື່ອນໍາໄປປັບປຸງ, ແກ້ໄຂໂດຍສະເພາະການຈັດຕັ້ງປະຕິບັດຕາມບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ວາງໄວ້. ໄລຍະຜ່ານມາໄດ້ປຸກລະດົມຂົນຂວາຍປະຊາຊົນບັນດາເຜ່ົາ, ຊ້ັນຄົນ ແລະ ສາສະໜາ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຮັກແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີສະຕິຄວາມຕື່ນຕົວທາງດ້ານການເມືອງ, ເຮັດໃຫ້ແນວລາວສ້າງຊາດແຕ່ລະຂັ້ນປະຕິບັດພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ, ໃນປີ 2024 ໄດ້ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ແຂວງເທື່ອທຽນເຫວ້ ແຂວງກວາງຈິ ແລະ ແນວໂຮມແຂວງກວາງຈິ ຊ່ວຍສ້າງເຮືອນມະຫາສາມັກຄີ ໃຫ້ປະຊາຊົນບ້ານລຽບຕາມຊາຍແດນ ພ້ອມທຶນການສຶກສາບ້ານແຮກສ່ຽວ 5 ທຶນ, ເປີດຂະບວນການສ້າງຕົວແບບຄອບຄົວສາມັກຄີ-ບ້ານສາມັກຄີ ແລະ ເມືອງສາມັກຄີປອງດອງໃນ 8 ຕົວເມືອງ. ທົ່ວແຂວງສາລະວັນ ມີ 569 ບ້ານ, ມີ 95.616 ຄອບຄົວ, ວຽກງານ ການສ້າງຄອບຄົວສາມັກຄີ ແລະ ບ້ານສາມັກຄີປອງດອງ ຂອງ ອົງການແນວລາວສ້າງຊາດ ໄດ້ ປະກາດນາມມະຍົດ 569 ບ້ານ, ມີ 95.616 ຄອບຄົວ, ປະກາດເປັນເມືອງສາມັກຄີໄດ້ 8 ເມືອງ, ປະເມີນຮອບ 2 ໃນ 8 ເມືອງ ມີ 19.555 ຄອບຄົວ 170 ບ້ານ. ນອກນັ້ນ, ຍັງມີກອງທຶນພັດທະນາຂັ້ນບ້ານ 4 ເມືອງຄື: ເມືອງວາປີ, ເມືອງຕຸ້ມລານ, ເມືອງຄົງເຊໂດນ, ເມືອງສາລະວັນ ແລະ 65 ບ້ານ ມີທຶນໝູນວຽນ 558 ລ້ານກວ່າກີບ. ນອກນີ້, ຍັງໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ລະບຽບກົດໝາຍຂອງລັດ ແລະ ກ່ຽວກັບມູນເຊື້ອຮັກຊາດ.
ໃນກອງປະຊຸມ, ບັນດາຜູ້ເຂ້ົາຮ່ວມຍັງໄດ້ມີການແລກປ່ຽນ, ປະກອບຄໍາຄິດເຫັນ ໃນການປັບປຸງຂອດການພົວພັນປະສານງານກັບບັນດາຂະແໜງການທ່ີກ່ຽວຂ້ອງ ແລະ ບັນດາເມືອງໃຫ້ມີຄວາມກົມກຽວ, ທັງເປັນການແລກປ່ຽນບົດຮຽນ, ແບບແຜນວິທີ ເຮັດວຽກແນໃສ່ເຮັດໃຫ້ວຽກງານຂອງອົງການແນວລາວສ້າງຊາດ ມີຄວາມເຂັ້ມແຂງ ແລະ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ
KPL