ມາເລເຊຍ ກຳນົດ ຊິບເອໄອ ຈາກ ສ.ອາເມລິກາ ຕ້ອງມີໃບອະນຸຍາດການຄ້າ

15/07/2025 13:16
KPL ກະຊວງການຄ້າ ຂອງມາເລເຊຍ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ການສົ່ງອອກ ແລະ ຂົນສົ່ງຊີບ ເອໄອ(AI) ຫລື ປັນຍາ ປະດິດ ປະສິດທິພາບສູງ ຈາກ ສ.ອາເມລິກາ ຈະຕ້ອງມີ ໃບອະນຸຍາດ ການຄ້າ ແລະ ມີຜົນບັງຄັບໃຊ້ ທັນທີ

ຂປລ.ຕາມຂ່າວຈາກ ກົວລາລຳເປີ, ກະຊວງການຄ້າ ຂອງມາເລເຊຍ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ການສົ່ງອອກ ແລະ ຂົນສົ່ງຊີບ ເອໄອ(AI) ຫລື ປັນຍາ ປະດິດ ປະສິດທິພາບສູງ ຈາກ ສ.ອາເມລິກາ ຈະຕ້ອງມີ ໃບອະນຸຍາດ ການຄ້າ ແລະ ມີຜົນບັງຄັບໃຊ້ ທັນທີ ໂດຍສະເພາະ ບຸກຄົນ ຫລື ບໍລິສັດ ທີ່ຕ້ອງການ ສົ່ງອອກ-ຂົນສົ່ງ ຫລື ນຳເຂົ້າ ສິນຄ້າໃດໆ ທີ່ບໍ່ໄດ້ຢູ່ໃນ ບັນຊີລາຍຊື່ ສິນຄ້າ ຍຸດທະສາດ ຂອງເມເລເຊຍ ຈະຕ້ອງແຈ້ງ ໃຫ້ເຈົ້າໜ້າທີ່ ຢ່າງໜ້ອຍ 30ວັນ ເພື່ອເປັນການປິດຊ່ອງຫວ່າງ ດ້ານກົດລະບຽບ ໃນລະຫວ່າງທີ່ ມາເລເຊຍ ພວມພິຈາລະນາວ່າ ຊີບເອໄອ ປະສິດທິພາບສູງຈາກ ສ.ອາເມລິກາ ນັ້ນ ຄວນຢູ່ໃນ ບັນຊີ ລາຍຊື່ ສິນຄ້າ ທາງຍຸດທະສາດ ຫລື ບໍ່.ຂະນະທີ່ ມາ​ເລ​ເຊຍ​ ຢືນ​ຢັນ ​ຕໍ່​ຄວາມ​ພະ​ຍາ​ຍາມ​ ເພື່ອ​ຫລີກ​ເວັ້ນ ​ການ​ຄວບ​ຄຸມ​ ການ​ສົ່ງ​ອອກ ຫລື ການ​ຄ້າ​ ຜິດ​ກົດ​ໝາຍ​ ໂດຍ​ບຸກ​ຄົນ​ ຫລື ​ບໍ​ລິ​ສັດ​ໃດໆ ກໍ່ຕາມ ສຳລັບຜູ້​ລະ​ເມີດ ​ຈະ​ຖືກ​ດຳ​ເນີນ​ຄະດີ ຕາມ​ກົດ​ໝາຍ ​ຢ່າງ​ເຂັ້ມງວດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top