ຍົກຂອບເຂດເງິນລົງທຶນ ຫວຽດນາມ-ໂອມານ ເພີ່ມຂຶ້ນລະດັບ 1 ຕື້ໂດລາສະຫະລັດ

30/05/2025 13:53
Email Print 293
KPL ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາເຊີ ບິນ ຊຸລິມານ ອໍລ ຮາທີ(Nasser bin Suliman Al Harthi),ຮອງປະທານ ອົງການ ລົງທຶນ ແຫ່ງຊາດ ໂອມານ (OIA) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 29 ພຶດສະພານີ້ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາເຊີ ບິນ ຊຸລິມານ ອໍລ ຮາທີ(Nasser bin Suliman Al Harthi),ຮອງປະທານ ອົງການ ລົງທຶນ ແຫ່ງຊາດ ໂອມານ (OIA)   ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.ຈາກນັ້ນ ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງ ບົດບາດ ປະຈັນບານ, ມີປະສິດທິຜົນ ແລະ ຍຸດທະສາດ ຂອງກອງເງິນລົງທຶນ ສສ ຫວຽດນາມ ແລະ ໂອມານ (VOI) ໃນໄລຍະກວ່າ 17 ປີ ເຄື່ອນໄຫວຢູ່ ສສ ຫວຽດນາມ, ສະເໜີ ວິໄສທັດ ຍາວໄກ, ຈິນຕະນາການ ລົງທຶນ ແບບຍືນຍົງ ແລະ ຄຳໝັ້ນສັນຍາ ຮ່ວມເດີນທາງ ພ້ອມກັບ ການພັດທະນາ ເສດຖະກິດ-ສັງຄົມຂອງ ສສ ຫວຽດນາມ.ພ້ອມທັງ ສະເໜີໃຫ້ ໂອມານ ເປີດກວ້າງ, ຍົກຂອບເຂດ ກອງເງິນລົງທຶນ ຫວຽດນາມ-ໂອມານ ຂຶ້ນລະດັບ 1 ຕື້ໂດລາສະຫະລັດ ເພື່ອໜູນຊ່ວຍ ຄວາມຕ້ອງການລົງທຶນ, ພັດທະນາຂອງ ສສຫວຽດ ນາມ ໄດ້ຫລາຍກວ່າອີກ. ພ້ອມທັງ ເຂົ້າຮ່ວມ ການໜູນຊ່ວຍ ພັດທະນາ ເສດຖະກິດ ເອກະຊົນ ຂອງ ສສ ຫວຽດນາມ ກໍຄື ໃນຂົງເຂດກະສິກຳ, ອາຫານຂະແໜງ Halal. ສ່ວນ ທ່ານ ຮອງປະທານ ອົງການ ລົງທຶນ ແຫ່ງຊາດ ໂອມານ ຢັ້ງຢືນວ່າ ໂອມານ ຖືເປັນສຳຄັນ ເລື່ອງເພີ່ມທະວີ ການຮ່ວມມືກັບ ສສ ຫວຽດນາມ, ພິເສດ ແມ່ນການຮ່ວມມື ລົງທຶນ-ຂົງເຂດ ທີ່ມີກຳລັງ ບົ່ມຊ້ອນ ແລະ ແມ່ນຈຸດເດັ່ນ ໃນການລົງທຶນ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາແລະ ເຜີຍໃຫ້ຮູ້ກ່ຽວກັບ ການສ້າງຕັ້ງກອງທຶນ ການເຕີບໂຕ ໃນສັງກາດໃໝ່ ຂອງສສ ຫວຽດນາມ ດ້ວຍຈຳນວນທຶນ ໜ້ອຍສຸດ 200 ລ້ານໂດລາສະຫະລັດ ແລະ ຈະເປັນບຸລິມະສິດ ລົງທຶນ ເຂົ້າບັນດາ ຂົງເຂດ ທີ່ມີກຳລັງ ບົ່ມຊ້ອນຄື: ເຕັກໂນໂລຊີ, ໂທລະຄົມ ມະນາຄົມ, ການເງິນ, ກະສິກຳ halal, ຫັນເປັນ ດີຈີຕອນ ຢູ່ ສສ ຫວຽດນາມ. ໃນວັນດຽວກັນ, ທ່ານ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ສະຕີເວັນ ໂກໂບສ(Steven Kobos) ປະທານ ທັງເປັນຜູ້ອຳນວຍການ ຝ່າຍບໍລິຫານ ກຸ່ມບໍລິສັດ Excelerate Energy ແລະ ຄູ່ຮ່ວມງານ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ. ຈາກນັ້ນ , ທ່ານ ຟ້າມມິງຈິງ ຊົມເຊີຍ ກຸ່ມບໍລິສັດ ດັ່ງກ່າວ ແລະ ບໍລິສັດໃຫຍ່ ອາຍແກັດ ຫວຽດນາມ ທີ່ໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມື; ສະເໜີ ກຸ່ມບໍລິສັດສືບຕໍ່ ຄົ້ນຄວ້າ, ພິຈາລະນາ ເປີດກວ້າງ ແລະ ເພີ່ມທະວີ ການຮ່ວມມື ກັບບັນດາ ວິສາຫະກິດ ຫວຽດນາມ ໃນການສະໜອງ ມາດຕະການ ເຕັກໂນໂລຊີ ແລະ ແຫລ່ງສະໜອງ ນ້ຳມັນ  ໃນໄລຍະຍາວນານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top