ຄຕພ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍ

03/06/2025 20:29
Email Print 196
KPL ຂປລ. ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ (ຄຕພ) ນໍາໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.




ຂປລ. ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ (ຄຕພ) ນໍາໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.

ໃນວັນທີ 2 ມິຖຸນາ 2025, ຄະນະຜູ້ແທນ ຄຕພ ໄດ້ພົບປະເຮັດວຽກສອງຝ່າຍກັບ ສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຊິ່ງສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ ຂອງສະຫາຍ ບຸຍແທງເຊີນ. ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ ແລະ ເປັນການຢ້ຽມຢາມຄັ້ງທໍາອິດ ໃນຖານະເປັນ ຮັກສາການ ຫົວໜ້າຄະະພົວພັນຕ່າງປະເທດສູນກາງພັກ ແລະ ເປັນການພົບປະທາງການຄັ້ງທຳອິດ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ພາຍຫລັງທີ່ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນໄຫວ ແລະ ໂຮມເຂົ້າກັບກະຊວງການຕ່າງປະເທດຫວຽດນາມ, ເປັນການປະກອບສ່ວນ​ສຳຄັນ ​ເຂົ້າ​ໃນການເພີ່ມພູນຄູນສ້າງ ​​​ສາຍ​ພົວພັນ​ມິດຕະພາບທີ່​ຍິ່ງ​ໃຫຍ່, ຄວາມສາມັກ​ຄີພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ກັບ ກະຊວງການຕ່າງປະເທດຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນທັດສະນະ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ. ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫລອດໄລຍະຜ່ານມາ. ສອງຝ່າຍ ຕ່າງກໍສະແດງຄວາມພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ມີຄວາມໜັກແໜ້ນ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ, ຂະແໜງການຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດນັບມື້ນັບໄດ້ຮັບການ ເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບການຍູ້ແຮງ, ເຊິ່ງສະແດງໃຫ້ເຫັນມູນຄ່າການຄ້າສອງສົ້ນໃນປີ 2024 ບັນລຸ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບກັບປີ 2023 ແລະ ໄລຍະ 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 109,3% ເມື່ອທຽບກັບໄລຍະດຽວກັນຂອງປີ 2024. ພິເສດ ສອງຝ່າຍ ໄດ້ຮ່ວມກັນເປີດນໍາໃຊ້ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ ທີ່ຫວຸ້ງອາງ ແຂວງຮ່າຕິ່ງ, ເຊິ່ງເປັນສັນຍາລັກຂອງສາຍພົວພັນສອງປະເທດ, ອັນໄດ້ເປັນການເປີດສັງກາດໃໝ່ ຂອງການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສອງປະເທດ ແລະ ສ້າງເງື່ອນໄຂໃຫ້ລາວມີທາງອອກສູ່ທະເລ; ການຮ່ວມມືດ້ານເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສານັບມື້ນັບໄດ້ຮັບການເພີ່ມທະວີ; ການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.

ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງ ສອງຄະນະພົວພັນຕ່າງປະເທດ ຂອງສອງສູນກາງພັກ ລາວ-ຫວຽດນາມ ໃນຕະຫລອດໄລຍະຜ່ານມາ. ພ້ອມນັ້ນ, ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ການພົວພັນ ຮ່ວມມືອັນດີງາມຂອງ ສອງອົງການ, ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຫັນດີເປັນເອກະພາບ ໃນການສືບຕໍ່ປະສານສົມທົບຢ່າງສະໜິດແໜ້ນ ໃນການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງການຮ່ວມມື ຂອງການນໍາ ຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນສູງ, ເຫັນດີເປັນເອກະພາບ ໃນການກະກຽມສ້າງແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ  ໄລຍະ 2026-2030, ເອກະພາບກັນກ່ຽວກັບທິດທາງ ການຮ່ວມມືໃນທ້າຍປີ 2025 ໂດຍສະເພາະ ການກະກຽມໃຫ້ແກ່ການເຄື່ອນໄຫວຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງຝ່າຍ, ສ້າງບັນດາກົນໄກການຮ່ວມມື, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກໍ່ສ້າງພັກ, ການກະກຽມກອງປະຊຸມໃຫຍ່ ຂອງແຕ່ລະພັກ; ປະສານສົມທົບຢ່າງແໜ້ນແຟ້ນ ໃນການຈັດກິດຈະກໍາ ການເຄື່ອນໄຫວສະເຫລີມສະຫລອງ ວັນສໍາຄັນຕ່າງໆ ຂອງສອງປະເທດ ແລະ ຍູ້ແຮງການໂຄສະນາສຶກສາອົບຮົມ ກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ.

ຂ່າວ-ພາບ: ຄຕພ
KPL

ຂ່າວອື່ນໆ

    • ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນແນກການເມືອງ

      ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນແນກ

      6/5/2025 8:45:31 AM

      ຂປລ. ຕອນເຊົ້າວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງ ຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະ ເທດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະ ຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

    • ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກການເມືອງ

      ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

      6/4/2025 1:28:47 PM

      ຂປລ. ພິທີມອບ-ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ນີ້

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອິນເດຍ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອິນເດຍ ປະຈຳລາວ ຄົນໃໝ່

      6/4/2025 1:18:55 PM

      ຂປລ. ໃນວັນທີ 3 ມິຖຸນາ 2025 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ

    • ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

      6/3/2025 8:37:58 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025ການເມືອງ

      ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025

      6/3/2025 8:34:18 PM

      ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025


Top