ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

03/06/2025 20:37
Email Print 343
KPL ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.




ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (
Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້,  ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ ທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວຄັ້ງນີ້, ຕະຫລອດໄລຍະການປະຕິບັດໜ້າທີ່ ທ່ານທູດໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າໃນການ ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ-ສາທາລະນະລັດ ອາຣັບ ເອຢິບ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ຮອງປະທານ ປະເທດ ຍັງໄດ້ອອຍພອນໃຫ້ ທ່ານທູດຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າໃໝ່ທີ່ມີກຽດຂອງທ່ານ.





ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ການຈັດຕັ້ງທຸກພາກສ່ວນຂອງລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດ ໃນການປະຕິບັດໜ້າທີ່ໃນຄັ້ງນີ້.

ສປປ ລາວ ແລະ ສາທາລະນະ ລັດອາຣັບ ເອຢິບ ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນຕັ້ງແຕ່ປີ 1976 ເຖິິງວ່າການແລກປ່ຽນຢ້ຽມຍາມ ຂອງຄະນະຜູ້ແທນຊັ້ນສູງ ແລະ ຂັ້ນຕ່າງໆໃນຊຸມປີຜ່ານມາ ຍັງບໍ່ທັນມີຫລາຍແຕ່ສອງປະເທດ ໄດ້ມີການແລກປ່ຽນສານອວຍພອນ, ສານຊົມເຊີຍເຊິ່ງກັນ ແລະ ກັນນໍາກັນ. ຜ່ານມາເອຢິບ ເຄີຍຊ່ວຍເຫລືອ ພັດທະນາຊັບພະຍາກອນມະນຸດ ເຊິ່ງໃນປີ 2013 ຜ່ານມາ ມີຄົນລາວ ໄປສຶກສາ ດ້ານກະສິກຳ ຢູ່ເອຢິບຈຳນວນໜຶ່ງ.

ຂ່າວ: ກິດຕາ, ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top