KPL
ຟີລິບປິນ ນຳເຂົ້າ ເຂົ້າ 1,7 ລ້ານໂຕນ ໃນ 5ເດືອນ ຂອງປີນີ້ ຊຶ່ງຫລຸດລົງ 20,9% ຫລັງຈາກ ມີການຜະລິດເຂົ້າ ພາຍໃນປະເທດ ເພີ່ມຂຶ້ນ 4,69 ລ້ານໂຕນ ໃນໄຕມາດທຳອິດ ປີນີ້ ຊຶ່ງເພີ່ມຂຶ້ນ ຈາກ4,68 ລ້ານໂຕນ ເມື່ອທຽບໃສ່ປີກາຍ.
ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ2ມິຖຸນານີ້, ຟີລິບປິນ ນຳເຂົ້າ ເຂົ້າ 1,7 ລ້ານໂຕນ ໃນ 5ເດືອນ ຂອງປີນີ້ ຊຶ່ງຫລຸດລົງ 20,9% ຫລັງຈາກ ມີການຜະລິດເຂົ້າ ພາຍໃນປະເທດ ເພີ່ມຂຶ້ນ 4,69 ລ້ານໂຕນ ໃນໄຕມາດທຳອິດ ປີນີ້ ຊຶ່ງເພີ່ມຂຶ້ນ ຈາກ4,68 ລ້ານໂຕນ ເມື່ອທຽບໃສ່ປີກາຍ. ຟີລິບປິນ ຈະເປັນປະເທດ ນຳເຂົ້າ ເຂົ້າລາຍໃຫຍ່ທີ່ສຸດ ຂອງໂລກໃນປີ 2025, ຄາດວ່າ ຈະເພີ່ມຂຶ້ນເປັນ 5,4ລ້ານໂຕນ ແລະ 5,5ລ້ານໂຕນໃນປີ 2026, ຍ້ອນການເພີ່ມຂຶ້ນ ຂອງປະຊາກອນ ແລະ ການທ່ອງທ່ຽວ ເພີ່ມຂຶ້ນ ລວມທັງ ເຂົ້າ ຍັງເປັນສະບຽງ ອາຫານຫລັກ ຂອງຊາວຟີລິບປິນ. ຂະນະທີ່ ລັດຖະບານ ຟີລິບປິນ ມີມາດຕະການ ຫລຸດອັດຕາ ພາສີນຳເຂົ້າ ເຂົ້າ ເຫລືອ 15%ໄປຈົນເຖິງປີ 2028 ເພື່ອຮັກສາຄວາມດຸ່ນດ່ຽງ ລະຫວ່າງ ການຜະລິດພາຍໃນ ແລະ ຕອບສະໜອງ ຄວາມຕ້ອງການບໍລິໂພກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL