KPL
ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປາຖະກະຖາຫວນຄືນວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/ 2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/ 1960-24/5/2025) ໃນວັນທີ 3 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ

ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປາຖະກະຖາຫວນຄືນວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/ 2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/ 1960-24/5/2025) ໃນວັນທີ 3 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍການປະຖະກະຖາຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ-ຄະນະບັນຊາບັນດາກົມໃຫຍ່, ນາຍຕຳຫລວດຂັ້ນນຳພາ-ບັນຊາຫລັກແຫລ່ງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກໍາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ແມ່ນໄຊຊະນະ ອັນໃຫຍ່ຫລວງ ຂອງກໍາລັງປະກອບອາວຸດ ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ; ສະແດງໃຫ້ເຫັນເຖິງ ຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນ ການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື.
ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ກຳລັງປະຕິວັດ ກໍຄືກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ຍ້ອນການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫລະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍ ຮ່ວມຕາຍນໍາກັນ; ຍ້ອນສາລະວັດທະຫານ ມີນໍ້າໃຈຮັກຊາດອັນດູດດຶ່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າຍາມໃດກໍມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງໃຫ້ຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກ ຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ.

ການປະຖະກະຖາໃນຄັ້ງນີ້, ກໍເພື່ອສຶກສາອົບຮົມໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫລວດ ອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ເຊື່ອມຊຶມກຳແໜ້ນມູນເຊື້ອສອງວັນດັ່ງກ່າວ ເພື່ອນຳມາເປັນພື້ນຖານ, ເປັນບ່ອນອີງໃຫ້ແກ່ການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດ ການເມືອງ, ມີຄຸນສົມບັດສິນທຳປະຕິວັດ ສົມກັບເປັນນາຍຕໍາຫລວດຮຸ່ນສືບທອດທີ່ດີ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຂອງກົມກອງ ເຮັດສຳເລັດໜ້າທີ່ນຳພາ-ບັນຊາວຽກງານ ທີ່ໄດ້ຮັບການມອບໝາຍ ເພື່ອປະກອບສ່ວນສຳຄັນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.
ຂ່າວ: ແຕັນ, ພາບ: ແກ້ວລະຄອນ
KPL