ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ

03/06/2025 20:26
Email Print 181
KPL ຂປລ. ໃນລະຫວ່າງວັນທີ 25-27 ພຶດສະພາ 2025 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ​ຂົນ​ສົ່ງ, ການ​ລົງ​ທຶນ​, ອຸດສາຫະກໍາ, ທະນາຄານ, ກະ​ສິ​ກຳ, ອາຫານ ແລະ ການ​ທ່ອງ​ທ່ຽວ

ຂປລ. ໃນລະຫວ່າງວັນທີ 25-27 ພຶດສະພາ 2025 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)  ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ​ຂົນ​ສົ່ງ, ການ​ລົງ​ທຶນ​, ອຸດສາຫະກໍາ, ທະນາຄານ, ກະ​ສິ​ກຳ, ອາຫານ ແລະ ການ​ທ່ອງ​ທ່ຽວ ເດີນທາງຕິດຕາມຄະນະທາງການ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາທຸລະກິດມາເລ ເຊຍ ປະຈໍາ ສປປ ລາວ, ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກໍາ ມາເລເຊຍ ເຊິ່ງໄດ້ຮັບການສະໜັບສະ ໜູນຈັດງານໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ບໍລິສັດ Mega Frist ໄດ້ຮ່ວມກັນຈັດກອງປະຊຸມພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ ໃນຮູບແບບງານລ້ຽງ ໃນວັນທີ 27 ພຶດສະພາ 2025, ທີ່ ໂຮງແຮມ  JW Marriott, ກົວລາລໍາເປີ, ປະເທດມາເລເຊຍ 

ໃຫ້ກຽດກ່າວເປີດກອງປະຊຸມດັ່ງກ່າວໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດກ່າວມີຄຳເຫັນຕໍ່ກອງປະຊຸມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຝ່າຍມາເລເຊຍກ່າວຕ້ອນຮັບໂດຍ ທ່ານ Mac Ngan Boon ປະທານ ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກຳ ມາເລເຊຍ. ນອກນີ້, ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດ ຂອງລາວ ແລະ ມາເລເຊຍ ກໍຄື ທ່ານລັດຖະມົນຕີ ຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ, ເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ, ບັນດາກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດ ຈາກ ລາວ ແລະ ມາເລເຊຍ ເຂົ້າຮ່ວມ.

ຈຸດປະສົງຫລັກຂອງກອງປະຊຸມ, ແມ່ນເພື່ອເປັນໂອກາດໃນການຮັດແໜ້ນສາຍພົວພັນດ້ານການຄ້າ, ດຶງ ດູດການລົງທຶນ ແລະ ການຄ້າຂາຍລະຫວ່າງສອງປະເທດ. ພ້ອມກັນນັ້ນ, ຍັງເປັນການເປີດໂອກາດໃຫ້ນັກທຸລະກິດ ທັງສອງປະເທດ ໄດ້ມີໂອກາດພົບປະແລກປ່ຽນກັນໃນຂະແໜງການຄ້າ, ພະລັງງານສະອາດ, ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ອາຫານຮາລານ, ການຂົນສົ່ງ, ກະສິກໍາ, ທ່ອງທ່ຽວດີຈິຕອນ ແລະ ອື່ນໆ.

ພ້ອມກັນນີ້, ຍັງເປັນເວທີໃຫ້ແກ່ບັນດານັກລົງທຶນຈາກມາເລເຊຍ ທີ່ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍ ການລົງທຶນຢູ່ ສປປ ລາວ ຕື່ມອີກ.

KPL

ຂ່າວອື່ນໆ

    • ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນແນກການເມືອງ

      ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນແນກ

      6/5/2025 8:45:31 AM

      ຂປລ. ຕອນເຊົ້າວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງ ຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະ ເທດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະ ຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

    • ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກການເມືອງ

      ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

      6/4/2025 1:28:47 PM

      ຂປລ. ພິທີມອບ-ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ນີ້

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອິນເດຍ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອິນເດຍ ປະຈຳລາວ ຄົນໃໝ່

      6/4/2025 1:18:55 PM

      ຂປລ. ໃນວັນທີ 3 ມິຖຸນາ 2025 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ

    • ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

      6/3/2025 8:37:58 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025ການເມືອງ

      ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025

      6/3/2025 8:34:18 PM

      ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025


Top